ຂ່າວສານ

ອົງການຊາຍຟັນປະຈຳ ສປປ ລາວ ຍິນດີຕ້ອນຮັບຜູ້ໃຫ້ທຶນຈາກອົງການຮ່ວມມືສາກົນ ສ. ເກົາຫຼີ (ກອຍກາ) ປະຈໍາ ສປປ ລາວ ແລະ ອົງການຊາຍຟັນເກົາຫຼີ

ອົງການຊາຍຟັນປະຈຳ ສປປ ລາວ ຍິນດີຕ້ອນຮັບຜູ້ໃຫ້ທຶນຈາກອົງການຮ່ວມມືສາກົນ ສ. ເກົາຫຼີ (ກອຍກາ) ປະຈໍາ ສປປ ລາວ ແລະ ອົງການຊາຍຟັນເກົາຫຼີ ທີ່ໄດ້ລົງຢ້ຽມຢາມ, ເຂົ້າຮ່ວມ ພ້ອມທັງຖືໂອກາດມອບອາຄານຫໍສະໝຸດ (ຫ້ອງອ່ານ) ຂອງໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ແລະ ຮຽນຮູ້ພາສາໃຫ້ແກ່ນັກຮຽນຊົນເຜົ່າ ໃຫ້ບ້ານເປົ້າໝາຍຂອງໂຄງການ ທີ່ ເມືອງ ຊຳເໜືອ, ແຂວງຫົວພັນ.
ຫ້ອງອ່ານດັ່ງກ່າວໄດ້ຮັບທຶນຊ່ວຍເຫຼືອຈາກປະຊາຊົນ ແລະ ລັດຖະບານ ສ. ເກົາຫຼີ ບົນພື້ນຖານມິດຕະພາບ ກັບ ສປປ ລາວ ໂດຍການຮ່ວມມືກັບ ອົງການຊາຍຟັນເກົາຫຼີ ແລະ ອົງການຊາຍຟັນ ປະຈຳ ສປປ ລາວ ໃນການຈັດຕັ້ງປະຕິບັດ. ທ່ານ ນາງ ຢຸນຈອງ ລີ, ຜູ້ປະສານງານໂຄງການອົງການຮ່ວມມືສາກົນ ສ. ເກົາຫຼີ ປະຈໍາ ສປປ ລາວ, ແລະ ທ່ານ ຈອງຈິນ ພາກ, ທີ່ປຶກສາດ້ານກົດໝາຍ, ອົງການຊາຍຟັນເກົາຫຼີ ໄດ້ລົງຢ້ຽມຢາມ ໂຮງຮຽນ ມຕ ສະເຫຼີ້ຍ ແລະ ມຕ ລ້ອງເອືອດ ໃນວັນທີ 12-13 ກໍລະກົດ 2022 ໃນຂະນະທີ່ຢ້ຽມຢາມ ພວກເຂົາໄດ້ໂອ້ລົມກັບນ້ອງນັກຮຽນ, ຄູສອນ, ອໍານາດການປົກຄອງບ້ານ, ແລະ ຜູ້ຕາງຫນ້າຂອງລັດຖະບານ ເພື່ອປຶກສາຫາລືແລກປ່ຽນປະສົບການ, ຮ່ວມກັນວາງແຜນການໃນຕໍ່ໜ້າ, ແລະ ສໍາຄັນທີ່ສຸດກໍ່ຄືການຮຽນຮູ້ເພີ່ມເຕີມກ່ຽວກັບວັດທະນະທໍາ ແລະ ຄວາມຕ້ອງການຂອງຊຸມຊົນ ເພື່ອຈະໄດ້ປັບປຸງໂຄງການໃຫ້ເຂົ້າກັນໄດ້ແນວໃດ.
ຈຸດປະສົງຂອງການສ້າງຫ້ອງອ່ານ ກໍ່ເພື່ອໃຫ້ນ້ອງນັກຮຽນສາມາດເຂົ້າເຖິງສິ່ງອໍານວຍຄວາມສະດວກທີ່ເປັນມິດ ແລະ ຈັດຕັ້ງກິດຈະກໍາສົ່ງເສີມການຂຽນພາສາລາວ ເພື່ອພັດທະນາທັກສະໃນການຟັງ ແລະ ສ້າງຄວາມມັກຮັກໃນການອ່ານໃຫ້ນ້ອງໆນັກຮຽນໃນຊຸມຊົນ.
ຫ້ອງອ່ານທີ່ໂຄງການສ້າງ ແລະ ມອບໃຫ້ຊຸມຊົນໃນຄັ້ງນີ້ ມີ 3 ແຫ່ງ ລວມມູນຄ່າໃນການກໍ່ສ້າງທັງໝົດ 730.025.016 ກີບ ໃນນີ້ແມ່ນການປະກອບສ່ວນຈາກຊຸມຊົນ 19.540.200 ກີບ.

.