ອົງການຊາຍຟັນປະຈຳ ສປປ ລາວ ແລະ ຄູ່ຮ່ວມງານ ຂອງກິດຈະກຳຕອບໂຕ້ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19, ໄດ້ສຳເລັດການສ້າງອ່າງລ້າງມືໃຫ້ກັບ 15 ໂຮງຮຽນ ໃນບ້ານເປົ້າໝາຍຂອງໂຄງການ
ອົງການຊາຍຟັນປະຈຳ ສປປ ລາວ ແລະ ຄູ່ຮ່ວມງານ ຂອງກິດຈະກຳຕອບໂຕ້ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19, ໄດ້ສຳເລັດການສ້າງອ່າງລ້າງມືໃຫ້ກັບ 15 ໂຮງຮຽນ ໃນບ້ານເປົ້າໝາຍຂອງໂຄງການ. ສິ່ງເຫຼົ່ານີ້ ໄດ້ສ້າງຄວາມໝັ້ນໃຈໃຫ້ເດັກຍິງ ແລະ ເດັກຊາຍທີ່ມີຄວາມສ່ຽງ ໄດ້ຮັບການສະຫນັບສະຫນູນໃຫ້ກັບໄປໂຮງຮຽນປະຖົມທີ່ມີຄວາມປອດໄພ ແລະ ມີສຸຂະອະນາໄມ. ເຊິ່ງນັກຮຽນທຸກຄົນ ສາມາດເຂົ້າເຖິງອຸປະກອນການຮຽນຮູ້ທີ່ກ່ຽວຂ້ອງໃນການປ້ອງກັນພະຍາດ.
ນອກຈາກນັ້ນ, ຄູອາຈານກໍ່ຍັງໄດ້ນໍາພານ້ອງໆນັກຮຽນຮັກສາຄວາມສະອາດດ້ວຍການລ້າງມືກ່ອນກິນອາຫານ ແລະ ຖູແຂ້ວຫຼັງກິນອາຫານທຸກຄັ້ງຢ່າງສະໝໍ່າສະເໝີ. ການສ້າງອ່າງລ້າງມືໃນຄັ້ງນີ້ ໄດ້ສ້າງຜົນປະໂຫຍດໂດຍກົງໃຫ້ຄູ ແລະ ນັກຮຽນໃນ 15 ໂຮງຮຽນເປົ້າໝາຍຫຼາຍກວ່າ 1,800 ຄົນ.
.