ມື້ນີ້ ແມ່ນວັນຄົນພິການສາກົນ!
ເປັນມື້ທີ່ສົ່ງເສີມສິດທິ ແລະ ຄວາມເປັນຢູ່ທີ່ດີຂອງຄົນພິການ. ພວກເຮົາມາຮ່ວມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວນີ່ ໂດຍການຮັບຟັງສຽງຈາກເຂົາເຈົ້າ. “ຫຼານມີບັນຫາກ່ຽວກັບຂາ ຫຼານຍ່າງໄປໂຮງຮຽນລຳບາກ, ຢາກໃຫ້ໂຮງຮຽນມີສິ່ງອຳນວຍຄວາມສະດວກເຊັ່ນ ມີຫ້ອງນ້ຳ, ມີນ້ຳໃຊ້ ແລະ ມີເຄື່ອງຫລິ້ນໃຫ້ພວກຫຼານສຳຫລັບເດັກທີ່ມີຄວາມເປັນພິການໄດ້ຫຼິ້ນ” – ໂຄງການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນ ປະຈໍາ ສປປ ລາວ #ສຸກສັນວັນຄົນພິການສາກົນ  

.