ວິດີໂອ2023-08-21T11:01:40+07:00

ຂ່າວສານ

ວັນສາກົນແຫ່ງການຮູ້ໜັງສື

ວັນສາກົນແຫ່ງການຮູ້ໜັງສື International Literacy Day ສຸກສັນວັນສາກົນແຫ່ງການຮູ້ໜັງສື! ວັນສາກົນແຫ່ງການຮູ້ໜັງສື ເປັນວັນທີ່ພວກເຮົາຮ່ວມກັນສະເຫຼີມສະຫຼອງ ພະລັງແຫ່ງການອ່ານອອກຂຽນໄດ້ ແລະ ການຮຽນຮູ້. ເປັນມື້ທີ່ພວກເຮົາຮັບຮູ້ວ່າ ທຸກຄົນມີທ່າແຮງໃນການຮຽນຮູ້, ທຸກຄົນສາມາດສ້າງຄວາມເຂັ້ມແຂງໃຫ້ຕົນເອງໄດ້ໂດຍຜ່ານທັກສະໃນການເວົ້າ, ອ່ານ, ຂຽນ ແລະ ຄິດດ້ວຍຕົນເອງ. ພວກເຮົາທຸກຄົນລ້ວນແລ້ວແຕ່ຮູ້ວ່າ ການສຶກສານັ້ນມີຄວາມສໍາຄັນ. ແຕ່ກໍ່ຍັງມີຄົນອີກຈຳນວນໜຶ່ງທີ່ຍັງບໍ່ສາມາດເຂົ້າເຖິງການສຶກສາໄດ້. ໃນວິດີໂອນີ້ ຈະສະແດງໃຫ້ເຫັນມຸມມອງຂອງບາງທ່ານວ່າ ເປັນຫຍັງບາງຄົນບໍ່ສາມາດເຂົ້າເຖິງການສຶກສາ ແລະ ພວກເຮົາຈະມີວິທີແນວໃດທີ່ອາດຈະແກ້ໄຂບັນຫານັ້ນໄດ້.  #LiteracyDay

By |August 8th, 2022|

ວິດີໂອຫໍສະໝຸດສຳລັບທຸກຄົນ

ວິດີໂອຫໍສະໝຸດສຳລັບທຸກຄົນ Library For All (LFA) ວິດີໂອການເຄື່ອນໄຫວກິດຈະກຳຂອງ Library For All (LFA) ຫໍສະໝຸດສຳລັບທຸກຄົນ ພາຍໃຕ້ການສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ ໂດຍຜ່ານອົງການຊາຍຟັນ ປະຈຳ ສປປ ລາວ ໄດ້ລົງຕິດຕາມ ແລະ ປະເມີນຜົນກິດຈະກຳການອ່ານຂອງນ້ອງນັກຮຽນ ຊັ້ນ ປໍ1-3 ໃນໂຮງຮຽນເປົ້າໝາຍ ພ້ອມທັງໄດ້ມອບແທັບເລັດ ແລະ ຫ້ອງສະຫມຸດອອນໄລນ໌ເພື່ອສ້າງຄວາມເຂັ້ມແຂງ ແລະ ຮັບປະກັນວ່ານ້ອງໆໄດ້ຮຽນຫນັງສືຢ່າງຕໍ່ເນື່ອງ ທີ່ ເມືອງ ຫົວເມືອງ, ແຂວງ ຫົວພັນ. ຈຸດປະສົງຂອງໂຄງການແມ່ນ ຕ້ອງການໃຫ້ ທຸກໆຄົນສາມາດເຂົ້າເຖິງຄວາມຮູ້ [...]

By |July 1st, 2022|

ງານເວທີເດັກລາວ 2022

ງານເວທີເດັກລາວ The Laos Children's Forum 2022 ງານເວທີເດັກລາວ ປະຈຳປີ 2022 ທີ່ນຳສະເໜີໂດຍໂທລະພາບແຫ່ງຊາດລາວ. ຢ່າລືມ ຊ່ວຍກົດໄລ້ ແລະ ກົດແຊຣ໌ ເພື່ອໃຫ້ຄົນອື່ນໆໄດ້ຮູ້ຂ່າວສານນໍາກັນເດີ້! ທ່ານສາມາດອ່ານຂ່າວ ງານເວທີເດັກລາວ ປະຈຳປີ 2022 ໄດ້ເພີ່ມເຕີມຜ່ານທາງ: ເວັບໄຊ້: https://www.childfund.org.la/lao-chil... ໜັງສືພິມວຽງຈັນທາມ: https://www.vientianetimes.org.la/fre... #ເວທີເດັກລາວ2022 #ຄວາມທຸ້ມເທທັງແຮງກາຍແຮງໃຈ #ຄວາມສາມັກຄີໃນການສ້າງມິດຕະພາບໃຫມ່ໆ #ຄວາມຮູ້ແລະປະສົບການ #ເລື່ອງລາວແລະຄວາມຊົງຈໍາ

By |May 27th, 2022|

ເວທີເດັກລາວ 2022

ງານເວທີເດັກລາວ 2022 Lao Childrens Forum ງານເວທີເດັກລາວ ປະຈຳປີ 2022 ກໍໄດ້ສຳເລັດລົງໄປດ້ວຍດີ ແຕ່ຄວາມຊົງຈຳດີດີ ຈະຍັງຄົງຢູ່ກັບພວກເຮົາຕະຫລອດໄປ ທ່ານສາມາດມ່ວນຊື່ນໃນການຮັບຊົມວິດີໂອສະຫລຸບສັງລວມຂອງງານເວທີເດັກລາວ ທີ່ທຸກຄົນຕ່າງກໍ່ພາກັນທຸ້ມເທແຮງກາຍ ແລະ ຮ່ວມແຮງຮ່ວມໃຈຮ່ວມກັນເພື່ອງານນີ້ ວີດີໂອນີ້ກໍ່ໄດ້ມີການຖ່າຍທຳ ແລະ ຕັດຕໍ່ໂດຍ ອາສາເພື່ອນໄວໜຸ່ມໃນໂຄງການຂອງພວກເຮົາ. ພວກເຮົາຫວັງວ່າ 3 ທີ່ຜ່ານໄປ ຈະບໍ່ເປັນພຽງແຕ່ເລື່ອງບັງເອີນເທົ່ານັ້ນ ແຕ່ເປັນການພິສູດເຖິງຄວາມສາມາດ ແລະ ຄວາມມຸ່ງໝັ້ນຂອງເດັກລາວທີ່ນຳພວກເຂົາມາເຖິງຈຸດໝາຍປາຍທາງ. #ເວທີເດັກລາວ202 #ຄວາມທຸ້ມເທທັງແຮງກາຍແຮງໃຈ #ຄວາມສາມັກຄີໃນການສ້າງມິດຕະພາບໃຫມ່ໆ #ຄວາມຮູ້ແລະປະສົບການ #ເລື່ອງລາວແລະຄວາມຊົງຈໍາ

By |May 17th, 2022|

ງານເວທີເດັກລາວ ປະຈຳປີ 2022

ງານເວທີເດັກລາວ ປະຈຳປີ 2022 ງານເວທີເດັກລາວ ປະຈຳປີ 2022 ຈະໄດ້ຈັດຂື້ນໃນໄວໆນີ້! ນີ້ຄືວິດີໂອສັ້ນທີ່ສັງລວມບັນຍາກາດງານເວທີເດັກ ຕະຫລອດໄລຍະເວລາການຈັດງານ 3 ຄັ້ງ ທີ່ຜ່ານມາ. ແລະ ງານປີ 2022 ກໍ່ກຳລັງຊິເກີດຂື້ນໄວໆນີ້. ທ່ານສາມາດຊ່ວຍກົດໄລ ແລະ ກົດແຊລໃຫ້ຄົນອື່ນໄດ້ຮູ້ນໍາກັນໄດ້!

By |May 6th, 2022|

International Education Day 2022

International Education Day 2022 ອົງການຊາຍຟັນ ປະຈຳ ສປປ ລາວ ສົ່ງເສີມໃຫ້ມີການສຶກສາຮຽນຮ່ວມ ເພື່ອທີ່ເດັກນ້ອຍທຸກຄົນ ໄດ້ຮັບການສຶກສາຢ່າງເທົ່າທຽມກັນ.  #HappyInternationalEducationDay2022

By |January 24th, 2022|