ວິດີໂອການເຄື່ອນໄຫວກິດຈະກຳຂອງ Library For All (LFA) ຫໍສະໝຸດສຳລັບທຸກຄົນ ພາຍໃຕ້ການສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ ໂດຍຜ່ານອົງການຊາຍຟັນ ປະຈຳ ສປປ ລາວ ໄດ້ລົງຕິດຕາມ ແລະ ປະເມີນຜົນກິດຈະກຳການອ່ານຂອງນ້ອງນັກຮຽນ ຊັ້ນ ປໍ1-3 ໃນໂຮງຮຽນເປົ້າໝາຍ ພ້ອມທັງໄດ້ມອບແທັບເລັດ ແລະ ຫ້ອງສະຫມຸດອອນໄລນ໌ເພື່ອສ້າງຄວາມເຂັ້ມແຂງ ແລະ ຮັບປະກັນວ່ານ້ອງໆໄດ້ຮຽນຫນັງສືຢ່າງຕໍ່ເນື່ອງ ທີ່ ເມືອງ ຫົວເມືອງ, ແຂວງ ຫົວພັນ.
ຈຸດປະສົງຂອງໂຄງການແມ່ນ ຕ້ອງການໃຫ້ ທຸກໆຄົນສາມາດເຂົ້າເຖິງຄວາມຮູ້ ຢ່າງເທົ່າທຽມກັນ ໂຄງການໄດ້ຮັບການຈັດຕັ້ງຂື້ນໃນ ເມືອງ ຫົວເມືອງ ແຂວງ ຫົວພັນ ພາຍໃນ 18 ໂຮງຮຽນ ໂດຍມີນ້ອງໆນັກຮຽນເຂົ້າຮ່ວມໂຄງການ 731 ຄົນ ໃນຊັ້ນປະຖົມປີທີ່ 1, 2 ແລະ 3.
ທ່ານສາມາດອ່ານຂ່າວ ໂຄງການ Library For All (LFA) ຫໍສະໝຸດສຳລັບທຸກຄົນ ໄດ້ເພີ່ມເຕີມຜ່ານທາງ: https://bit.ly/3qeMb3H
#LibraryForAllProject #ອົງການLFAລາວ Australian Government Department of Foreign Affairs and Trade | #ANCP | https://bit.ly/3qeMb3H