ຂ່າວສານ

ມາດຕະການໃນການປ້ອງກັນພະຍາດ ໂຄວິດ-19 ແມ່ນສິ່ງສຳຄັນທີ່ພວກເຮົາທຸກໆຄົນ ຕ້ອງໄດ້ທຳຄວາມເຂົ້າໃຈ

ມາດຕະການໃນການປ້ອງກັນພະຍາດ ໂຄວິດ-19 ແມ່ນສິ່ງສຳຄັນທີ່ພວກເຮົາທຸກໆຄົນ ຕ້ອງໄດ້ທຳຄວາມເຂົ້າໃຈ ໂດຍສະເພາະແມ່ນການປະຕິບັດຕົນ ໃນເວລາມາຮັບວັກຊີນ ໂຄວິດ-19 ເຊັ່ນ:
  1. ຕ້ອງໃສ່ຜ້າອັດປາກ-ດັງທຸກຄັ້ງ.
  2. ຕ້ອງຮັກສາໄລຍະຫ່າງ 1-2 ແມັດ
  3. ຕ້ອງລ້າງມື ແລະ ສະບູ ຫຼື ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ ຫຼື ເຫຼົ້າ 70% ຫຼັງຈາກສຳຜັດສິ່ງຂອງຕ່າງໆ.
  4. ເຂົ້າຕາມຄິວ ບໍ່ແຊງ ຫຼື ບຽດກັນ
ເພື່ອເຫັນໄດ້ເຖິງຄວາມສຳຄັນຂອງມາດຕະການຕ່າງໆ, ໂຄງການຮ່ວມມືປັບປຸງໂພຊະນາການ (SCALING) ອົງການຊາຍຟັນປະຈຳ ສປປ ລາວ ພາຍໃຕ້ການສະໜັບສະໜູນທຶນຈາກ #ສະຫະພາບເອີຣົບ ໄດ້ມອບໂພສເຕີ ຂໍ້ມູນມາດຕະການຕອບໂຕ້ ການແຜ່ລະບາດພະຍາດ ໂຄວິດ-19 ໃຫ້ແກ່ 11 ໂຮງໝໍນ້ອຍໃນເມືອງຊໍາເໜືອ ແຂວງຫົວພັນ ເພື່ອນຳໄປແຈກໃຫ້ແຕ່ລະເຂດບ້ານເປົ້າໝາຍຂອງໂຄງການ ໂດຍໃນໂພສເຕີ້ມີຮູ້ຄວາມກ່ຽວກັບການຮັບວັກຊິນແຕ່ລະຊະນິດ, ວິທີເຂົ້າຮັບວັກຊິນຄວນປະຕິບັດແນວໃດເພື່ອຄວາມປອດໄພ, ແລະ ອາການເບົາບາງທີ່ອາດຈະເກີດຂື້ນຫຼັງຈາກການສັກວັກຊິນ.

.