ມອບຮັບຫ້ອງອ່ານໃຫ້ແກ່ໂຮງຮຽນເປົ້າໝາຍຂອງໂຄງການ 4 ແຫ່ງ
ອີກໜື່ງຜົນສຳເລັດທີ່ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບຄູຮ່ວມງານພັກລັດຕ່າງໜ້າໂດຍ ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ພະແນກສຶກສາທິການ ແລະ ກິລາແຂວງ, ແຂວງ ຫົວພັນ ໄດ້ຮ່ວມກັນຈັດຕັ້ງປະຕິບັດກໍ່ຄື ການມອບຮັບຫ້ອງອ່ານໃຫ້ແກ່ໂຮງຮຽນເປົ້າໝາຍຂອງໂຄງການ 4 ແຫ່ງ ລວມມີ: ໂຮງຮຽນ ມ.ຕົ້ນ ບ້ານໂຄ້ງ, ໂຮງຮຽນ ມ.ຕົ້ນ ບ້ານປ່າຫວານ, ເມືອງ ຊໍາເໜືອ; ແລະ ໂຮງຮຽນ ມ.ຕົ້ນ ບ້ານຫ້ວຍຕຸງ ແລະ ໂຮງຮຽນ ບ້ານປ່າຮ່າງ, ເມືອງ ສົບເບົາ, ແຂວງ ຫົວພັນ
ຈຸດປະສົງຂອງການສ້າງຫ້ອງອ່ານ ກໍ່ເພື່ອສົ່ງເສີມໃຫ້ນັກຮຽນສາມາດເຂົ້າເຖິງສິ່ງອໍານວຍຄວາມສະດວກທີ່ເປັນມິດ, ຈັດຕັ້ງກິດຈະກໍາສົ່ງເສີມການອ່ານ-ການຂຽນພາສາລາວ ເພື່ອພັດທະນາທັກສະໃນການຟັງ-ການເວົ້າພາສາລາວ, ແລະ ສ້າງຄວາມມັກຮັກໃນການອ່ານໃຫ້ນ້ອງໆນັກຮຽນໃນຊຸມຊົນ.
ການສ້າງຫ້ອງອ່ານດັ່ງກ່າວ, ແມ່ນໜຶ່ງໃນກິດຈະກຳພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງທາງດ້ານ ບົດບາດຍິງ-ຊາຍ ແລະ ຮຽນຮູ້ພາສາໃຫ້ແກ່ນັກຮຽນຊົນເຜົ່າ ທີ່ໄດ້ຈັດຕັ້ງປະຕິບັດກິດຈະກຳຢູ່ເມືອງຊໍາເໜືອ ແລະ ເມືອງ ສົບເບົາ, ແຂວງ ຫົວພັນ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ອົງການຮ່ວມມືສາກົນເກົາຫຼີ (KOICA) ແລະ ອົງການຊາຍຟັນເກົາຫຼີ.