ຂ່າວສານ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ “ໂຄງການ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ”

ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງເເມ່ຍິງ ເເລະ ເເມ່-ເດັກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ “ໂຄງການ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ” ທີ່ຈະໄດ້ຈັດຕັ້ງປະຕິບັດໃນໄວໆນີ້ ໃນນະຄອນຫຼວງວຽງຈັນ, ໂດຍມີຈຸດປະສົງເພື່ອໃຫ້ ເດັກ ແລະ ໄວໜຸ່ມ ມີຄວາມເຂັ້ມແຂງ ໃນການປະກອບສ່ວນ, ຈັດຕັ້ງປະຕິບັດ ແລະ ນຳພາໃນການພັດທະນາທັກສະຊີວິດ ແລະ ຮັບມືຕໍ່ການປ່ຽນແປງດິນຟ້າອາກາດພາຍໃນໂຮງຮຽນ ແລະ ຊຸມຊົນຂອງເຂົາເຈົ້າ. ໂຄງການດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນທຶນຈາກ ອົງການຊາຍຟັນ ເກົາຫຼີ.