ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G)
ໃນວັນທີ 29 ມີນາ 2022, ຮັກສາການຫົວໜ້າອົງການ ຊາຍຟັນ ປະຈຳ ສປປ ລາວ, ທ່ານ ວິລະໄຊ ທຳມະວົງ, ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈກັບ ກະຊວງສາທາລະນະສຸກ, ຕາງໜ້າໂດຍພະແນກສາທາລະນະສຸກແຂວງ ຫົວພັນ, ທ່ານ ດຣ. ພວງວອນ ລັດຕະນະສຸກ, ກ່ຽວກັບ ໂຄງການ ປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G) ເຊິ່ງເປັນໂຄງການທີ່ໄດ້ຮັບການສະຫນັບສະຫນູນໂດຍ ລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ. (ANCP).
ໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G) ມີຈຸດປະສົງຫຼັກເພື່ອເສີມສ້າງໂພຊະນາການຂອງເດັກນ້ອຍລາວທີ່ມີອາຍຸຕ່ຳກວ່າ 2 ປີ, ໂດຍເນັ້ນໃສ່ການປັບປຸງການເປັນຢູ່ທີ່ດີ ແລະ ສຸຂະພາບຂອງເດັກໃນ 1000 ວັນທຳອິດຂອງເຂົາເຈົ້າ. ເວົ້າສະເພາະແລ້ວ, ໂຄງການ IN4G ໄດ້ຖືກອອກແບບມາເພື່ອປັບປຸງການປະຕິບັດດ້ານສຸຂະພາບ, ໂພຊະນາການ ແລະ ສຸຂະອະນາໄມ ໃນລະດັບບ້ານ ແລະ ຊຸມຊົນ, ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສະຖານທີ່ບໍລິການສຸຂະພາບທີ່ເປັນທາງການ ເພື່ອສະຫນອງການບໍລິການທີ່ມີຄຸນນະພາບດີກວ່າເກົ່າ ຕາມຄວາມຕ້ອງການຂອງຊຸມຊົນ, ແລະ ສົ່ງເສີມການພັດທະນາ ແລະ ການປະຕິບັດນະໂຍບາຍດ້ານໂພຊະນາການ ໂດຍຜ່ານການຝຶກອົບຮົມ ແລະ ການໂຄສະນາຂອງອົງການຊາຍຟັນ.
ໂຄງການ IN4G ຈັດຕັ້ງປະຕິບັດຢູ່ ເມືອງ ຊຳເໜືອ, ແຂວງ ຫົວພັນ, ແລະ ຈະດຳເນີນໄປຮອດເດືອນມິຖຸນາ 2024. ໂຄງການໄດ້ກຳນົດ 10 ບ້ານເປົ້າໝາຍ ໂດຍຜ່ານການປຶກສາຫາລືຫຼາຍຄັ້ງກັບຊຸມຊົນ, ເມືອງ ແລະ ແຂວງ. ຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການແມ່ນແມ່ຍິງຖືພາ, ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແລະ ນັກຮຽນມັດທະຍົມຕອນຕົ້ນ ທັງໝົດປະມານ 897 ຄົນ. ໃນຂະນະທີ່ຜູ້ໄດ້ຮັບຜົນປະໂຫຍດທາງອ້ອມບັນລຸປະມານ 3.724 ຄົນ (ຍິງ 1.727 ຄົນ, ຊາຍ 1.997 ຄົນ).