ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ
ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ໂດຍໄດ້ຈັດຂຶ້ນລະຫວ່າງ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຕາງໜ້າໂດຍ ຄະນະກຳມະການເພື່ອຄວາມກ້າວໜ້າຂອງເເມ່ຍິງ ເເລະ ເເມ່-ເດັກ ນະຄອນຫຼວງວຽງຈັນ, ທ່ານ ນ. ຫຼຽນຄຳ ວິລະພັນ, ຮອງປະທານ ຜູ້ປະຈຳການ ຄະນະກໍາມະການເພຶ່ອຄວາມກ້າວໜ້າຂອງເເມ່ຍິງ ເເລະ ເເມ່-ເດັກ ນະຄອນຫຼວງວຽງຈັນ ແລະ ທ່ານ ວິລະໄຊ ທຳມະວົງ, ຮັກສາການຫົວໜ້າອົງການ ຊາຍຟັນ ປະຈຳ ສປປ ລາວ.
ພິທີໄດ້ຈັດຂຶ້ນໃນວັນທີ 09 ກຸມພາ 2023, ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍມີສັກຂີພະຍານ ຈາກ ທ່ານ ຖະໜອມ ທຳທອງ ຄະນະປະຈຳພັກ, ປະທານແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ເມືອງສີໂຄດຕະບອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານສາມາດຂ່າວອື່ນໆຂອງພວກເຮົາເພີ່ມເຕີມໄດ້ທີ່ ເວັບໄຊ ອົງການຊາຍຟັນ ປະຈຳ ສປປ ລາວ: https://www.childfund.org.la/cycca-mou/
.