ໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G)
ໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G) ຂອງອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບພະແນກສາທາລະນະສຸກ ແຂວງ ຫົວພັນ ແລະ ຫ້ອງການສາທາລະນະສຸກ ເມືອງ ຊຳເໜືອ ໄດ້ລົງໃຫ້ຂໍ້ມູນວຽກງານສຸຂະອະນາໄມ ໃຫ້ແກ່ປະຊາຊົນໃນ 10 ບ້ານເປົ້າໝາຍຂອງໂຄງການ ທີ່ ເມືອງ ຊຳເໜືອ ແຂວງ ຫົວພັນ.
ການໃຫ້ຂໍ້ມູນວຽກງານສຸຂະອະນາໄມໃນຄັ້ງນີ້ ກໍ່ເພື່ອໃຫ້ປະຊາຊົນພາຍໃນບ້ານເຂົ້າໃຈຕໍ່ກັບວຽກງານສຸຂະອານາໄມ ເຊັ່ນ: ກິນສະອາດ, ຢູ່ສະອາດ, ນຸ່ງຫົ່ມສະອາດ, ມີນໍ້າທີສະອາດໄວ້ດື່ມ, ຮູ້ຈັກອະນາໄມເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ພາຍໃນຄົວເຮືອນ; ສົ່ງເສີມໃຫ້ເຂົາເຈົ້າຊົມໃຊ້ວິດຖ່າຍ, ເພື່ອປ້ອງກັນພະຍາດຕິດແປດທີ່ມີສາເຫດມາຈາກການຖ່າຍຊະຊາຍ; ແນະນຳໃຫ້ປະຊາຊົນຮູ້ຈັກວິທີການແຍກ ແລະ ກໍາຈັດສິ່ງເສດເຫຼືອທີ່ປົນເປື້ອນມາຈາກອາຫານຂອງຄົນ ແລະ ສັດ; ເຂົ້າໃຈສາເຫດ ແລະ ຮຽນຮູ້ວິທີການປ້ອງກັນສານປົນເປື້ອນທີ່ເກີດມາຈາກນໍ້າ ແລະ ທໍາມະຊາດ ທີ່ອາດສົ່ງຜົນກະທົບຕໍ່ສຸຂະພາບຂອງເຂົາເຈົ້າໄດ້.