ຝຶກອົບຮົມການເປັນຄູຝຶກໃຫ້ແກ່ຄູຝຶກໄວໜຸ່ມ ຈໍານວນ 60 ຄົນ ໃນ 20 ໂຮງຮຽນເປົ້າໝາຍຂອງໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ.
ເມື່ອບໍ່ດົນທີ່ຜ່ານມາ, ອົງການຊາຍຟັນ ປະຈຳ ສປປ ລາວ ໂດຍການຮ່ວມມືກັບ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແຂວງ ຊຽງຂວາງ, ໄດ້ຈັດການຝຶກອົບຮົມການເປັນຄູຝຶກໃຫ້ແກ່ຄູຝຶກໄວໜຸ່ມ ຈໍານວນ 60 ຄົນ ໃນ 20 ໂຮງຮຽນເປົ້າໝາຍຂອງໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ.
ຈຸດປະສົງເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈ ແລະ ສາມາດນໍາພາກິດຈະກໍາ ແລະ ຖ່າຍທອດບົດຮຽນກ່ຽວກັບ ທັກສະຊີວິດທີ່ຈຳເປັນ ໃຫ້ກຸ່ມເດັກຢູ່ໃນໂຮງຮຽນທີ່ຕົນເອງຮັບຜິດຊອບ. ເຊິ່ງຫົວຂໍ້ທັກສະຊີວິດລວມມີ: ສິດທິພື້ນຖານຂອງເດັກ, ທັກສະຊີວິດ, ການວິເຄາະບັນຫາ, ຄວາມຮຸນແຮງຕໍ່ເດັກ, ການນຳໃຊ້ສື່ສັງຄົມອອນລາຍທີ່ປອດໄພ, ເຄັດລັບທີ່ປອດໄພສຳລັບເດັກ ໃນການເອົາຕົວລອດເວລາປະເຊີນໜ້າກັບໄພພິບັດ; ການປະຖົມພະຍາບານຂັ້ນພື້ນຖານ, ການໃຊ້ຖະໜົນທີ່ປອດໄພ, ການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ.
ໃນກິດຈະກໍາມີການນໍາສະເໜີເນື້ອໃນ, ສົນທະນາ ແລະ ຝຶກແອບການສອນ ໂດຍການນໍາສະເໜີຮູບພາບ ແລະ ບົດບາດສົມມຸດ. ການຝຶກອົບຮົມເນັ້ນເອົາເດັກເປັນໃຈກາງ ເພື່ອຮັບຟັງຄວາມຄິດເຫັນຂອງເດັກ ເປັນການຮຽນຮູ້ຜ່ານການຫຼິ້ນແບບມ່ວນຊື່ນ. ເຊິ່ງໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກນີ້ ໄດ້ຮັບທຶນສະໜັບສະໜູນ ຈາກ ມູນນິທິ ພຣູເດັນສ໌.
.