ອົງການຊາຍຟັນປະຈຳ ສປປ ລາວ ໃຫ້ການສະໜັບສະໜູນ ງານເວທີເດັກລາວ ຄັ້ງທີ 5 ປີ 2023 ທີ່ ແຂວງ ຫຼວງພະບາງ.

ທີ່ ແຂວງ ຫຼວງພະບາງ – ອົງການຊາຍຟັນ ປະຈຳ ສປປ ລາວ, ຕາງໜ້າໂດຍໂຄງການສົ່ງເສີມ ການມີສ່ວນຮ່ວມ ເເລະ ສ້າງຄວາມເຂັ້ມເເຂງໃຫ້ເເກ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ທີ່ໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ (ANCP) ມີຄວາມພາກພູມໃຈໃນການມີສ່ວນຮ່ວມ ແລະ ສະໜັບສະໜູນ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ແລະ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ແຂວງ ຫຼວງພະບາງ ໃນການເປັນເຈົ້າພາບຈັດງານເວທີເດັກລາວ ຄັ້ງທີ 5 ປີ 2023. ງານດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 25 – 28 ເມສາ 2023, ພາຍໃຕ້ຫົວຂໍ້ “ພັດທະນາທັກສະຊີວິດ ແລະ ສ້າງຄວາມເຂັ້ມແຂງທາງດ້ານດິຈິຕອນ ເພື່ອເດັກລາວ.”

ໃນຖານະທີ່ເປັນອົງການສົ່ງເສີມສິດທິເດັກໃນລາວ, ອົງການຊາຍຟັນ ປະຈຳ ສປປ ລາວ ມີຄວາມມຸ່ງໝັ້ນທີ່ຈະໃຫ້ໂອກາດແກ່ເດັກໃນການພັດທະນາແນວຄວາມຄິດ, ວິເຄາະບັນຫາທີ່ສົ່ງຜົນກະທົບຕໍ່ຊີວິດຂອງເຂົາເຈົ້າ, ສົ່ງເສີມໃຫ້ມີການມີສ່ວນຮ່ວມ ແລະ ແລກປ່ຽນປະສົບການ, ສ້າງມິດຕະພາບລະຫວ່າງຕົວແທນເດັກຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ, ແລະ ປູກຈິດສໍານຶກກ່ຽວກັບສິດທິເດັກ ແລະ ຄວາມຮັບຜິດຊອບຂອງຊຸມຊົນ.

ໂຄງການສົ່ງເສີມການມີສ່ວນຮ່ວມ ເເລະ ສ້າງຄວາມເຂັ້ມເເຂງໃຫ້ເເກ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ພາຍໃຕ້ການສະໜັບ     ສະໜູນທຶນຈາກລັດຖະບານອົດສະຕຣາລີ ໂດຍຜ່ານໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ (ANCP) ເປັນຜູ້ສະໜັບສະໜູນທຶນໃນການຈັດງານເວທີເດັກລາວ 2023. ໂຄງການດັ່ງກ່າວມີຄວາມມຸ່ງໝັ້ນໃນການປັບປຸງຄຸນນະພາບຊີວິດ ແລະ ໂອກາດຂອງເດັກ ແລະ ໄວໜຸ່ມໃນລາວ ໂດຍການສ້າງຄວາມເຂັ້ມແຂງທາງດ້ານຄວາມສາມາດໃນການວາງແຜນ, ສະແດງຄວາມຄິດເຫັນ, ຕັດສິນໃຈ ແລະ ເຂົ້າຮ່ວມປະຕິບັດກິດຈະກຳຕ່າງໆ ເພື່ອການພັດທະນາ ແລະ ສ້າງຄວາມພ້ອມໃຫ້ເຂົາເຈົ້າກຽມເປັນຜູ້ນຳໃນອະນາຄົດ.

ງານປີນີ້ຈະມີ 2 ຫົວຂໍ້ຍ່ອຍຄື “ການປັບໂຕ ແລະ ພັດທະນາທັກສະຊີວິດເດັກ ແລະ ໄວໜຸ່ມລາວ ສູ່ອາຊຽນ” ແລະ “ສ້າງຄວາມເຂັ້ມແຂງທາງດ້ານດິຈິຕອນ”. ​ເວທີເດັກ​ລາວ ​ແມ່ນ​ເວທີ​ລະດັບ​ຊາດ​ເພື່ອ​ໃຫ້​ເດັກມີສ່ວນ​ຮ່ວມ ໃນການສ້າງຄວາມສາມັກຄີ, ​ແລກປ່ຽນ​ວັດທະນະທຳ ​ແລະ ສັງຄົມ​ຂອງ​ທ້ອງ​ຖິ່ນ, ສ້າງ​ຄວາມ​ສາມາດ ​ແລະ ກະກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ​ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ເດັກ​ລາວ ເຂົ້າຮ່ວມງານເວທີເດັກໃນລະດັບ​ອາ​ຊຽນ​.

ອົງການຊາຍຟັນ ປະຈຳ ສປປ ລາວ ມຸ່ງໝັ້ນທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມໃນລາວ ໂດຍສຸມໃສ່ການສົ່ງເສີມສິດທິເດັກ ແລະ ການປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບ. ນອກຈາກນັ້ນ, ພວກເຮົາ ຍັງມຸ່ງເນັ້ນໃສ່ບັນດາໂຄງການຕ່າງໆກ່ຽວກັບວຽກງານໂພຊະນາການຂອງເດັກ, ສຸຂະພາບຈະເລີນພັນ ແລະ ສິດທິຕ່າງໆ, ການສົ່ງເສີມຄວາມຮູ້ທາງສື່ອອນລາຍ ແລະ ການກຽມຄວາມພ້ອມໃນການເຮັດວຽກ. ການສະໜັບສະໜູນຂອງອົງການ ໃນການຈັດງານເວທີເດັກລາວ ຄັ້ງທີ 5 ນີ້, ເປັນການພິສູດໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຂົາ ໃນການສົ່ງເສີມສິດທິເດັກ ແລະ ການສ້າງອະນາຄົດທີ່ສົດໃສຂອງເດັກລາວ.

.