ຄະນະທີມງານຂອງໂຄງການສົ່ງເສີມຄວາມເປັນເຈົ້າການກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນລາວ ຮ່ວມກັບ ຫ້ອງການສຶກສາທິການ ແລະ ກິລາ ເມືອງຊຳເໜືອ ແຂວງ ຫົວພັນ ໄດ້ລົງສຸກຍູ້ສົ່ງເສີມ ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍສິດທິໃຫ້ປະກົດຜົນເປັນຈິງ
ໃນອາທິດທີ່ຜ່ານມາຄະນະທີມງານຂອງໂຄງການສົ່ງເສີມຄວາມເປັນເຈົ້າການກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນລາວ ຮ່ວມກັບ ຫ້ອງການສຶກສາທິການ ແລະ ກິລາ ເມືອງຊຳເໜືອ ແຂວງ ຫົວພັນ ໄດ້ລົງສຸກຍູ້ສົ່ງເສີມ ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍສິດທິໃຫ້ປະກົດຜົນເປັນຈິງ, ເພີ່ມທະວີການມີສ່ວນຮ່ວມຂອງອົງການຈັດຕັ້ງຂອງສັງຄົມ ສ້າງຂີດຄວາມສາມາດ ແລະ ໃຫ້ຄວາມຮູ້ແກ່ຊຸມຊົນຢູ່ໃນຂັ້ນບ້ານກ່ຽວກັບສິດທິເດັກ ໂດຍເນັ້ນໃສ່ການມີສ່ວນຮ່ວມຂອງສະມາຊິກທຸກຄົນໃນແຕ່ລະຊຸ່ມຊົນ ລວມເຖິງສິດທິທາງດ້ານສັງຄົມ ແລະ ວັດທະນາທຳອີກດ້ວຍ ທີ່ໄດ້ຮັບການສະໜັບສະໜູບຈາກ #ຫະພາບເອີຣົບປະຈຳລາວ.
#ChildFund_in_Laos. European Union in Laos
.