ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ
ອົງການຊາຍຟັນ ປະຈໍາ ສປປ ລາວ ແລະ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ, ທີ່ໄດ້ຮັບງົບປະມານສະໜັບສະໜູນ 450,000 ໂດລາສະຫະລັດ (ສີ່ແສນຫ້າສິບພັນໂດລາສະຫະລັດອາເມລິກາ) ຈາກ ມູນນິທິ ພຣູເດັນສ໌.
ໂຄງການ ສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ມີຈຸດປະສົງເພື່ອເພີ່ມຄວາມຮູ້ທາງດ້ານການເງິນ, ເສີມສ້າງທັກສະຊີວິດ ແລະ ສ້າງຄວາມເຂັ້ມແຂງເດັກທຸກຄົນສາມາດເປັນຜູ້ນຳຢູ່ໃນໂຮງຮຽນ ແລະ ຊຸມຊົນຂອງເຂົາເຈົ້າ ເພື່ອໃຫ້ມີການປ່ຽນແປງໄປໃນທາງທີ່ດີຂຶ້ນ. ໂຄງການຈະໄດ້ເລີ່ມຈັດຕັ້ງປະຕິບັດ ຢູ່ 100 ໂຮງຮຽນເປົ້າໝາຍ ໃນນະຄອນຫຼວງວຽງຈັນ, ແຂວງ ຫົວພັນ ແລະ ແຂວງຊຽງຂວາງ ນັບຕັ້ງແຕ່ມື້ອະນຸມັດ ເຖິງວັນທີ 31 ທັນວາ 2024.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃຫ້ກຽດເຂົ້າຮ່ວມໂດຍ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ), ທ່ານ ນາງ ມະນີວອນ ຫຼວງສົມບັດ, ຫົວໜ້າຫ້ອງການ ຄຊກມດ, ແລະ ຮັກສາການຫົວໜ້າອົງການ ຊາຍຟັນ ປະຈຳ ສປປ ລາວ, ທ່ານ ວິລະໄຊ ທຳມະວົງ ແລະ ຜູ້ອຳນວຍການ ມູນນິທິ ພຣູເດັນສ໌ ທ່ານ ນາງ ນິໂຄ ເເງວ ໃຫ້ກຽດເຂົ້າຮ່ວມ.