ກອງປະຊຸມ ເຜີຍແຜ່ບົດຄົ້ນຄວ້າກ່ຽວກັບປັດໄຈ ແລະ ສິ່ງກີດຂວາງ ການເຂົ້າເຖິງ ແລະ ການສືບຕໍ່ ການສຶກສາໃນຂັ້ນມັດທະຍົມຕົ້ນ ຂອງເດັກຍິງ ໃນເມືອງຊໍາເໜືອ ແລະ ເມືອງສົບເບົາ, ແຂວງ ຫົວພັນ
ໃນບໍ່ດົນທີຜ່ານມາ, ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ຄູ່ຮ່ວມງານພາກລັດແຂວງຫົວພັນ ແລະ ສອງເມືອງຄື ເມືອງຊຳເໜືອ ແລະ ເມືອງສົບເບົາ ໄດ້ຈັດກອງປະຊຸມ ເຜີຍແຜ່ບົດຄົ້ນຄວ້າກ່ຽວກັບປັດໄຈ ແລະ ສິ່ງກີດຂວາງ ການເຂົ້າເຖິງ ແລະ ການສືບຕໍ່ ການສຶກສາໃນຂັ້ນມັດທະຍົມຕົ້ນ ຂອງເດັກຍິງ ໃນເມືອງຊໍາເໜືອ ແລະ ເມືອງສົບເບົາ, ແຂວງ ຫົວພັນ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງທາງດ້ານບົດບາດຍິງ-ຊາຍ ແລະ ຮຽນຮູ້ພາສາໃຫ້ແກ່ນັກຮຽນຊົນເຜົ່າ (GLEESE).
ຈຸດປະສົງໃນການຈັດກອງປະຊຸມນີ້ແມ່ນເພື່ອນໍາສະເໜີຜົນທີ່ໄດ້ຮັບຂອງການເຮັດບົດຄົ້ນຄວ້າໃຫ້ແກ່ ຄູຮ່ວມງານພາກລັດທຸກຂັ້ນທີ່ກ່ຽວຂ້ອງໄດ້ຮັບຮູ້ ແລະ ເພື່ອຫາທາງແກ້ໄຂນຳກັນ.
ໂຄງການ ສ້າງຄວາມເຂັ້ມແຂງທາງດ້ານ ບົດບາດຍິງ-ຊາຍ ແລະ ຮຽນຮູ້ພາສາໃຫ້ແກ່ນັກຮຽນຊົນເຜົ່າ ຈັດຕັ້ງປະຕິບັດກິດຈະກຳຢູ່ເມືອງຊໍາເໜືອ ແລະ ເມືອງ ສົບເບົາ, ແຂວງ ຫົວພັນ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ອົງການຮ່ວມມືສາກົນເກົາຫຼີ (KOICA) ແລະ ອົງການຊາຍຟັນເກົາຫຼີ.