ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກຳ 6 ເດືອນຕົ້ນປີ ແລະ ວາງແຜນ 6 ເດືອນ ທ້າຍປີ 2022
ເມືອບໍ່ດົນທີ່ຜ່ານມາ, ອົງການ ຊາຍຟັນ ປະຈຳ ສປປ ລາວ ຮ່ວມມືກັບ ອົງການຈັດຕັ້ງພາກລັດທີ່ກ່ຽວຂ້ອງ ແລະ ອົງການ ຊາຍຟັນ ເກົາຫຼີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກຳ 6 ເດືອນຕົ້ນປີ ແລະ ວາງແຜນ 6 ເດືອນ ທ້າຍປີ 2022 ກັບ ຄະນະກຳມະການ ຂອງໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ແລະ ການຮຽນຮູ້ດ້ານພາສາ ໃຫ້ແກ່ນັກຮຽນຊົນເຜົ່າ, ເຊິ່ງເປັນໂຄງການທີ່ກຳລັງຈັດຕັ້ງປະຕິບັດຢູ່ ເມືອງ ຊໍາເໜືອ ແລະ ເມືອງ ສົບເບົາ. ກອງປະຊຸມດັ່ງກ່າວໄດ້ຈັດ ຂື້ນທີ່ ເມືອງ ສົບເບົາ, ແຂວງ ຫົວພັນ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອ ລາຍງານຄວາມຄືບໜ້າ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດກິດຈະກຳ ຂອງໂຄງການ GLEESE ທີ່ມີຈຸດປະສົງເພື່ອສະໜັບສະໜູນເດັກຍິງ-ຊາຍທັງໝົດ ໃນເມືອງ ສົບເບົາ ແລະ ເມືອງ ຊຳເໜືອ ໃຫ້ເຂົ້າເຖິງ ແລະ ຈົບການສຶກສາຊັ້ນມັດທະຍົມຕອນຕົ້ນ ດ້ວຍການສ້າງຂີດຄວາມສາມາດໃຫ້ແກ່ເດັກຍິງ ແລະ ເດັກຊາຍ ໃນການກ້າຕັດສິນໃຈກ່ຽວກັບການສຶກສາຂອງເຂົາເຈົ້າ ຜ່ານການຝຶກອົບຮົມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ແລະ ປັບປຸງຜົນການຮຽນພາສາລາວຂອງນັກຮຽນ ໂດຍຜ່ານການສ້າງຂີດຄວາມສາມາດໃຫ້ຄູ-ອາຈານ.
ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ແລະ ຮຽນຮູ້ພາສາໃຫ້ແກ່ນັກຮຽນຊົນເຜົ່າ ແມ່ນໄດ້ຮັບທຶນຈາກອົງການຮ່ວມມືສາກົນເກົາຫຼີ (KOICA) ໂດຍຜ່ານ ອົງການຊາຍຟັນເກົາຫຼີ ໃນນາມແຜນງານການຮ່ວມມື ອົງການຈັດຕັ້ງທາງສັງຄົມ, ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ນັກຮຽນທຸກຄົນໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ເທົ່າທຽມ ໃນ 15 ບ້ານເປົ້າໝາຍທີ່ເມືອງຊຳເໜືອ ແລະ 15 ບ້ານເປົ້າໝາຍໃນເມືອງສົບເບົາ, ແຂວງ ຫົວພັນ.