ກອງປະຊຸມລິເລີ່ມຈັດຕັ້ງປະຕິບັດ ໂຄງການ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ
ການປະເຊີນໜ້າກັບການປ່ຽນແປງຂອງດິນຟ້າອາກາດ ບໍ່ພຽງແຕ່ເປັນສິ່ງທ້າທາຍສຳລັບປະເທດທີ່ພັດທະນາແລ້ວເທົ່ານັ້ນ, ແຕ່ມັນເປັນບັນຫາທີ່ທ້າທາຍຂອງທຸກໆຄົນໃນທົ່ວໂລກ ລວມທັງປະເທດລາວຂອງພວກເຮົາ. ດັ່ງນັ້ນ, ເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານັ້ນ ອົງການຊາຍຟັນປະຈຳ ສປປ ລາວ ຮ່ວມກັບ ຄະນະກຳມະການເພື່ອຄວາມກ້າວໜ້າຂອງເເມ່ຍິງ ເເລະ ເເມ່-ເດັກ ນະຄອນຫຼວງວຽງຈັນ (CAWMC) ໄດ້ຈັດກອງປະຊຸມລິເລີ່ມຈັດຕັ້ງປະຕິບັດ ໂຄງການ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ທີ່ຈະໄດ້ຈັດຕັ້ງປະຕິບັດກິດຈະກຳຢູ່ໂຮງຮຽນເປົ້າໝາຍ 30 ແຫ່ງ ໃນເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ກອງປະຊຸມລິເລີ່ມໂຄງການດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງວ່າການນະຄອນຫຼວງວຽງຈັນ.
ພາຍໃນກອງປະຊຸມໄດ້ມີການນຳສະເໜີຈຸດປະສົງ ແລະ ລາຍລະອຽດການຈັດກິດຈະກຳຂອງໂຄງການໃຫ້ຄູ່ຮ່ວມງານໄດ້ຮັບຮູ້ ແລະ ເຂົ້າໃຈ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ຍັງໄດ້ແລກປ່ຽນຄຳເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອທີ່ຈະຮ່ວມກັນ ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້.
ໂຄງການ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ໄດ້ຮັບທຶນສະໜັບສະໜູນຈາກ ອົງການຊາຍຟັນ ເກົາຫຼີ, ມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມເເຂງໃຫ້ເດັກ ແລະ ໄວໜຸ່ມ ໃນດ້ານການພັດທະນາທັກສະຊີວິດ, ສົ່ງເສີມການປູກຈິດສໍານຶກກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ການຮັກສາຄວາມສະອາດໃນໂຮງຮຽນ-ຊຸມຊົນ, ແລະ ຍັງສົ່ງເສີມໂຄງການລີໄຊໂຄຕົວເມືອງແບບຍືນຍົງໃນໂຮງຮຽນ ແລະ ຊຸມຊົນອີກດ້ວຍ.
.