ກອງປະຊຸມຝຶກອົບຮົມຄູຝຶກ ກ່ຽວກັບຄວາມຮູ້ທາງດ້ານການເງິນ ຫຼື ຫຼັກສູດ ຊາຊິງ ໃຫ້ແກ່ຄູຝຶກຫຼັກຂັ້ນກະຊວງ, ແຂວງ ແລະ ພະນັກງານອົງການຊາຍຟັນ ປະຈຳ ສປປ ລາວ.
ໃນວັນທີ 13-14 ກໍລະກົດທີ່ຜ່ານມາ, ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຕາງໜ້າມູນລະນິທິ ພູເດັນ ແລະ JA Thailand ໄດ້ຈັດກອງປະຊຸມຝຶກອົບຮົມຄູຝຶກ ກ່ຽວກັບຄວາມຮູ້ທາງດ້ານການເງິນ ຫຼື ຫຼັກສູດ ຊາຊິງ ໃຫ້ແກ່ຄູຝຶກຫຼັກຂັ້ນກະຊວງ, ແຂວງ ແລະ ພະນັກງານອົງການຊາຍຟັນ ປະຈຳ ສປປ ລາວ.
ການຝຶກອົບຮົມໃນຄັ້ງນີ້, ບັນດາຄູຝຶກຫຼັກໄດ້ຮຽນຮູ້ວິທີ ແລະ ເທັກນິກການສອນ ວິທີບໍລິຫານຈັດການການເງິນຢ່າງສະຫຼາດ ທີ່ເນັ້ນເຖິງຫຼັກປະຕິບັດ 4 ຫົວຂໍ້ຄື: ການຫາລາຍໄດ້ (ຫາເງິນ), ການທ້ອນເງິນ, ການບໍລິຫານລາຍຈ່າຍ ແລະ ການບໍລິຈາກ.
ອີກໜຶ່ງຈຸດປະສົງຫຼັກຂອງການຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອໃຫ້ຄູຝຶກຫຼັກໄດ້ທົດລອງການສອນຕົວຈິງ ແລະ ນຳເອົາບົດຮຽນນີ້ໄປສຶກສາ ແລະ ປັບປຸງຕໍ່ ກ່ອນທີ່ຈະນຳເອົາໄປສອນໃຫ້ຄູ ແລະ ນັກຮຽນຊັ້ນປະຖົມສຶກສາທີ່ຢູ່ໃນພື້ນທີ່ເປົ້າໝາຍໃນອານາຄົດຕໍ່ໜ້າ.
.