ຂ່າວສານ

ກອງປະຊຸມຝຶກອົບຮົບຄູຝຶກ “ ການສົ່ງເສີມການຮຽນຮູ້ພາສາລາວ ແລະ ການສອນທີ່ໄດ້ຮັບຜົນ”

ເມື່ອບໍ່ດົນທີ່ຜ່ານມານີ້, ໂຄງການຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ໄລຍະ II (ຊາເບລ). ໄດ້ຈັດກອງປະຊຸມຝຶກອົບຮົບຄູຝຶກ “ ການສົ່ງເສີມການຮຽນຮູ້ພາສາລາວ ແລະ ການສອນທີ່ໄດ້ຮັບຜົນ” ລະຫວ່າງ ພະແນກ ສຶກສາທິການ ແລະ ກິລາ ແຂວງ ຫົວພັນ ແລະ ສຶກສາທິການ ແລະ ກິລາເມືອງ ຊໍາເໜືອ ແລະ ເມືອງຫົວເມືອງ ເຂົ້າຮ່ວມໂດຍວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູ ດົງຄໍາຊ້າງ, ວິທະຍາໄລຄູ ຄັງໄຂ ຈັດຂື້ນທີ່ ເມືອງຊໍາເໜືອ ແຂວງຫົວພັນ ສປປ ລາວ.

ຈຸດປະສົງສ້າງຄວາມເຂັ້ມແຂງໃຫ້ແກ່ຄູຜູ້ທີ່ຈະນຳເອົາຄວາມຮູ້ໄປເຜີຍແຜ່ໃຫ້ແກ່ນ້ອງໆນັກຮຽນທັງເດັກຍິງ ແລະ ເດັກຊາຍທີ່ດ້ອຍໂອກາດ ສາມາດເຂົ້າເຖິງການສຶກສາ ແລະ ສຳເລັດການສຶກສາຂັ້ນພື້ນຖານທີ່ໄດ້ຮັບການປັບປຸງ ແລະ ມີຄຸນນະພາບ. ໂຄງການຊາເບວສ້າງຜົນປະໂຫຍດໂດຍກົງໃຫ້ນັກຮຽນປະຖົມ ປະມານ 8.824 ຄົນ ໃນ 62 ບ້ານເປົ້າໝາຍ. ໃນຂະນະທີ່ ຄອບຄົວ ແລະ ຊຸມຊົນໃນບ້ານເປົ້າໝາຍ ໄດ້ຮັບຜົນປະໂຫຍດທາງອ້ອມປະມານ 20.720 ຄົນ.

.