ວິດີໂອ ໂຄງການ GLEESE
ອົງການຊາຍຟັນ ປະຈຳ ສປປ ລາວ, ພວກເຮົາຮູ້ສຶກພູມໃຈທີ່ໄດ້ສະໜອງການສຶກສາທີ່ມີຄຸນນະພາບ ແລະ ສະເໝີພາບໃຫ້ແກ່ເດັກທຸກຄົນ ໃນເມືອງ ຊຳເໜືອ ແລະ ເມືອງ ສົບເບົາ, ແຂວງ ຫົວພັນ. ຂໍຂອບໃຈກັບໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ແລະ ການຮຽນຮູ້ດ້ານພາສາ ໃຫ້ແກ່ນັກຮຽນຊົນເຜົ່າ (GLEESE), ທີ່ໄດ້ປັບປຸງສິ່ງອໍານວຍຄວາມສະດວກໃນໂຮງຮຽນສໍາລັບນັກຮຽນທຸກຄົນ ລວມທັງຜູ້ພິການ, ສະຫນອງການຝຶກອົບຮົມຄວາມສະເໝີພາບທາງເພດ ແລະ ການສ້າງຂີດຄວາມສາມາດໃຫ້ຄູ. ເຊິ່ງໂຄງການ ໄດ້ຮັບທຶນຈາກອົງການຮ່ວມມືສາກົນເກົາຫຼີ (KOICA) ໂດຍຜ່ານ ອົງການຊາຍຟັນເກົາຫຼີ ໃນນາມແຜນງານການຮ່ວມມື ອົງການຈັດຕັ້ງທາງສັງຄົມ. ພວກເຮົາຕື່ນເຕັ້ນທີ່ຈະໄດ້ນຳສະເໜີວິດີໂອຄວາມຄືບໜ້າ ແລະ ໝາກຜົນທີ່ໄດ້ຮັບຈາກການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ GLEESE, ທີ່ສົ່ງຜົນຕໍ່ການປ່ຽນແປງຂອງເດັກໃນຊຸມຊົນເປົ້າໝາຍຂອງພວກເຮົາ.
Facebook page: https://www.facebook.com/ChildFundLaos
Youtube Channel: https://www.youtube.com/@childfundlaos2742
TikTok: https://www.tiktok.com/@childfund.laos?is_from_webapp=1…
#ChildFundKorea #KOICA #GLEESE #ChildFundLaos #EducationForAll