ທີມງານໂຄງການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ (ສະເບວ) ຂອງອົງການຊາຍຟັນປະຈຳ ສປປ ລາວ ໄດ້ນຳພານ້ອງໆນັກຮຽນ ຮ່ວມເຮັດກິດຈະກໍາເທດສະການບຸນອ່ານ
ທີມງານໂຄງການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ (ສະເບວ) ຂອງອົງການຊາຍຟັນປະຈຳ ສປປ ລາວ ໄດ້ນຳພານ້ອງໆນັກຮຽນ ຮ່ວມເຮັດກິດຈະກໍາເທດສະການບຸນອ່ານ ເພື່ອສົ່ງເສີມໃຫ້ເດັກນ້ອຍໃນຊຸມຊົນມີທັກສະການເວົ້າ, ອ່ານ ແລະ ຂຽນພາສາລາວ ແລະ ໃຫ້ເຂົາເຈົ້າເຫັນເຖິງຄວາມສຳຄັນຂອງການນຳໃຊ້ພາສາລາວຫຼາຍຂຶ້ນ.
ພ້ອມດຽວກັນນີ້, ຍັງໄດ້ເປີດໂອກາດໃຫ້ເດັກນ້ອຍໄດ້ແລກປ່ຽນຄວາມຮູ້, ເຝິກທັກສະຄວາມສາມາດ ແລະ ສະແດງພອນສະຫວັນຂອງເຂົາເຈົ້າຕໍ່ໜ້າຊຸມຊົນ. ນອກຈາກນີ້, ຍັງໄດ້ປຸກລະດົມໃຫ້ພໍ່ແມ່ຜູ້ປົກຄອງຂອງເດັກໃຫ້ເອົາໃຈໃສ່ຊຸກຍູ້ສະໜັບສະໜູນໃນການຮຽນຮູ້ພາສາລາວຂອງເດັກໃນຊຸມຊົນໃຫ້ ຫລາຍຂຶ້ນ. ເຊິ່ງງານດັ່ງກ່າວແມ່ນໄດ້ຈັດຂື້ນ ທີ ່ເມືອງຫົວເມືອງ ແຂວງຫົວພັນ.
.