ຂ່າວສານ

ທີມງານຂອງໂຄງການ Library For All (LFA) ຫໍສະໝຸດສຳລັບທຸກຄົນ  ໄດ້ຈັດກິດຈະກຳສົ່ງເສີມການອ່ານໂດຍການນຳໃຊ້ອຸປະກອນແທັບເລັດ (E-book digital Library)

ເມື່ອບໍ່ດົນທີ່ຜ່ານມານີ້, ທີມງານຂອງໂຄງການ Library For All (LFA) ຫໍສະໝຸດສຳລັບທຸກຄົນ ???‍♂️?‍♀️ ໄດ້ຈັດກິດຈະກຳສົ່ງເສີມການອ່ານໂດຍການນຳໃຊ້ອຸປະກອນແທັບເລັດ (E-book digital Library) ພາຍໃຕ້ການສະໜັບສະໜູນຈາກໂຄງການຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ໄລຍະ II (SABEL) ເພື່ອລົງຕິດຕາມ ແລະ ປະເມີນຜົນກິດຈະກຳການອ່ານຂອງນ້ອງນັກຮຽນ ຊັ້ນ ປໍ1-3 ໃນ 5 ໂຮງຮຽນເປົ້າໝາຍ ທີ່ເມືອງ ຫົວເມືອງ, ແຂວງ ຫົວພັນ.

ນ້ອງໆນັກຮຽນຕ່າງກໍ່ຕື່ນເຕັ້ນ ແລະ ດີໃຈທີ່ໄດ້ຮຽນຮູ້ສິ່ງໃຫມ່ໆໂດຍສະເພາະແມ່ນການອ່ານໜັງສືຜ່ານລະບົບດິຈິຕ້ອນ (ອຸປະກອນແທັບເລັດ) ທີ່ເຮັດໃຫ້ເຂົາເຈົ້າມີຄວາມສົນໃຈໃນການອ່ານເລື່ອງຫຼາຍຂຶ້ນ, ຮຽນຮູ້ການອ່ານພາສາລາວທີ່ຖືກຕ້ອງ, ເຂົ້າໃຈຄວາມໝາຍໄດ້ງ່າຍ ແລະ ໄວຂຶ້ນ. ນອກຈາກນັ້ນ, ເພື່ອເປັນການສົ່ງເສີມໃຫ້ເດັກນ້ອຍທຸກຄົນມີນິໄສຮັກໃນການອ່ານ ໂຄງການ Library For All ຈຶ່ງໄດ້ສ້າງອັບພິເຄຊັ້ນທີ່ຮວບຮວມປຶ້ມຫຼາຍກວ່າ 200 ເລື່ອງ ໃຫ້ທຸກຄົນສາມາດດາວໂຫຼດໄດ້ແລ້ວໃນ Google Play Store ໂດຍກົດຊອກຫາແອັບ “ອົງການ LFA ລາວ”

.