ຂ່າວສານ

ໂຄງການຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ (SABEL) ໄດ້ຮ່ວມກັນຈັດກິດຈະກຳ ຫໍສະໝຸດສຳລັບທຸກຄົນ Library For All (LFA) ເພື່ອຝຶກອົບຮົມໃຫ້ຄູສອນພາຍໃນ 10 ໂຮງຮຽນເປົ້າໝາຍຂອງໂຄງການ ທີ່ ເມືອງຫົວເມືອງ, ແຂວງ ຫົວພັນ.

ການແລກປ່ຽນບົດຮຽນເປັນໜຶ່ງໃນຂະບວນການກ້າວເຂົ້າສູ່ເປົ້າໝາຍຂອງເຮົາ. ເມື່ອບໍ່ດົນທີ່ຜ່ານມານີ້, ໂຄງການຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ (SABEL) ໄດ້ຮ່ວມກັນຈັດກິດຈະກຳ ຫໍສະໝຸດສຳລັບທຸກຄົນ Library For All (LFA) ເພື່ອຝຶກອົບຮົມໃຫ້ຄູສອນພາຍໃນ 10 ໂຮງຮຽນເປົ້າໝາຍຂອງໂຄງການ ທີ່ ເມືອງຫົວເມືອງ, ແຂວງ ຫົວພັນ.

ໃນການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອແລກປ່ຽນບົດຮຽນ ແລະ ທົບທວນການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ແລະ ປຶກສາຫາລື ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄູ ທີ່ຈະນຳເອົາຄວາມຮູ້ເຫຼົ່ານີ້ໄປມອບຕໍ່ໃຫ້ນ້ອງນັກຮຽນເພື່ອໃຫ້ເຂົາເຈົ້າຫັນມາສົນໃຈໃນການອ່ານຫຼາຍຂຶ້ນ, ຮຽນຮູ້ການອ່ານພາສາລາວທີ່ຖືກຕ້ອງ ແລະ ຍັງເປັນການສົ່ງເສີມໃຫ້ເດັກນ້ອຍທຸກຄົນມີນິໄສຮັກໃນການອ່ານເພື່ອອະນາຄົດອັນສົດໄສຂອງເຂົາເຈົ້າ.

.