ຂ່າວສານ

ໂຄງການ ການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມເພື່ອຖອດຖອນບົດຮຽນ ແລະ ທົບທວນການຈັດຕັ້ງປະຕິບັດກິດຈະກຳໃນໜຶ່ງປີຜ່ານມາ

ໂຄງການ ການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນ ປະຈໍາ ສປປ ລາວ ແລະ ສອງສະມາຄົມທີ່ເປັນຄູ່ຮ່ວມງານ ກໍຄື ສະມາຄົມພັດທະນາທັກສະຊີວິດ ແລະ ສະມາຄົມຊ່ວຍເຫຼືອເດັກພິການ ໄດ້ຈັດກອງປະຊຸມເພື່ອຖອດຖອນບົດຮຽນ ແລະ ທົບທວນການຈັດຕັ້ງປະຕິບັດກິດຈະກຳໃນໜຶ່ງປີຜ່ານມາ ທີ່ຫ້ອງກາານຂອງອົງການຊາຍຟັນ ປະຈໍາ ສປປ ລາວ ໃນລະຫວ່າງທີ 11 ຫາ 12 ເດືອນ ມີນາ ໂດຍໄດ້ຮັບການສະໜັບສະໜູບຈາກ #ຫະພາບເອີຣົບ.

? ຈຸດປະສົງຂອງການປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານຂອງຜົນການສໍາຫຼວດປະເມີນຜົນກ່ຽວກັບວຽກງານການເຮັດວຽກຮ່ວມກັນ, ເພື່ອປຶກສາຫາລືໃນການແກ້ໄຂບັນຫາທີ່ພົວພັນກັບວຽກງານລະຫວ່າງຄູ່ຮ່ວມງານ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ສາຍສໍາພັນ ແລະ ໃຫ້ມີຄວາມຍືນຍົງໃນການເຮັດວຽກຮ່ວມກັນຢ່າງມີປະສິດຕິຜົນ.

.