ຂ່າວສານ

ໂຄງການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ(PAER) ໄດ້ຝຶກອົບຮົມກ່ຽວກັບ ການສຶກສາຮຽນຮ່ວມ ໃຫ້ກັບກຸ່ມເປົ້າໝາຍຂອງໂຄງການ ໃນເມືອງຫົວເມືອງ ແຂວງຫົວພັນ

ຕະຫຼອດຫຼາຍປີທີ່ຜ່ານມາ, ສປປ ລາວ ໄດ້ມີຄວາມກ້າວໜ້າພຽງເລັກໜ້ອຍ ໃນການສະໜອງ ການສຶກສາຮຽນຮ່ວມໃຫ້ກັບເດັກຈາກທຸກສະພາບການ ເຊິ່ງລວມທັງ ເດັກໃນທຸກໆເພດ, ເດັກພິການ, ຊົນເຜົ່າ, ສາສະໜາ, ພາສາ, ວັດທະນະທຳ ຫຼື ຖານະທາງດ້ານເສດຖະກິດ-ສັງຄົມ ທີ່ແຕກຕ່າງກັນ.

ອົງການຊາຍຟັນ ປະຈໍາ ສປປ ລາວ ຮ່ວມກັບ ຄູ່ຮ່ວມງານພາກລັດ (ຫ້ອງການສຶກສາທິການ ແລະ ກິລາ ເມືອງຫົວເມືອງ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຫົວເມືອງ, ສະມາຄົມຊ່ວຍເຫຼືອເດັກນ້ອຍພິການລາວ ແລະ ສະມາຄົມພັດທະນາທັກສະຊີວິດ ເພື່ອແກ້ໄຂບັນດາອຸປະສັກໃນການບັນລຸການສຶກສາຮຽນຮ່ວມໃນລະດັບຂັ້ນຮາກຖານຢູ່ໃນບັນດາແຂວງພາກເໜືອ ຂອງ ສປປ ລາວ.

ໃນລະຫວ່າງ ວັນທີ 25-29 ກໍລະກົດ 2021, ຄະນະພັດທະນາການສຶກສາຂັ້ນບ້ານ 20 ທ່ານ ແລະ ສະມາຊິກອົງການຈັດຕັ້ງທາງສັງຄົມໃນຂັ້ນບ້ານ 31 ທ່ານ ຈາກ 10 ບ້ານເປົ້າໝາຍ ໃນເມືອງຫົວເມືອງ ແຂວງຫົວພັນ ໄດ້ຮັບການຝຶກອົບຮົມກ່ຽວກັບ ການສຶກສາຮຽນຮ່ວມ ເຊິ່ງເປັນໜຶ່ງໃນກິດຈະກຳຫຼັກຂອງໂຄງການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ເຊິ່ງໄດ້ຮັບການສະໜັບສະໜຸນຈາກ #ສະຫະພາບເອີຣົບ.

ໂຄງການດັ່ງກ່າວ ມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ສະມາຊິກອົງການຈັດຕັ້ງທາງສັງຄົມໃນຂັ້ນບ້ານ ໃຫ້ສາມາດປົກປ້ອງ ແລະ ສົ່ງເສີມ ສິດທິມະນຸດ ແລະ ສິດທິເດັກ ໂດຍສະເພາະສິດທິທາງດ້ານການສຶກສາຂອງເດັກ ໃນແຂວງຫົວພັນ.

.