ຂ່າວສານ

ໂຄງການ ປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ ຢູ່ ເມືອງ ຊໍາເໜືອ, ແຂວງ ຫົວພັນ. ໄດ້ລົງເກັບກໍາຂໍ້ມູນສະຖິຕິໂພຊະນາການເບື້ອງຕົ້ນ

ໂຄງການ ປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ ຢູ່ ເມືອງ ຊໍາເໜືອ, ແຂວງ ຫົວພັນ. ໄດ້ລົງເກັບກໍາຂໍ້ມູນສະຖິຕິໂພຊະນາການເບື້ອງຕົ້ນ ໂດຍການວັດແທກ ນໍ້າໜັກ, ລວງສູງ, ຮອບແຂນ ຂອງແມ່, ເດັກລຸ່ມອາຍຸ 5 ປີ ແລະ ແມ່ຍິງຖືພາ, ເພື່ອອອກແບບກິດຈະກຳໃຫ້ແທດເໝາະກັບໂຄງການ ທີ່ຈະໄດ້ຈັດຕັ້ງປະຕິບັດຢູ່ໃນພື້ນທີ່ເປົ້າໝາຍ.
ໂດຍໂຄງການມີຈຸດປະສົງຫຼັກເພື່ອປັບປຸງສຸຂະພາບ, ໂພຊະນາການ ແລະ ສຸກຂະອານາໄມ ໃຫ້ກັບ ແມ່, ພໍ່, ເດັກຍິງ-ຊາຍ, ໄວໜຸ່ມຍິງ-ຊາຍ ໃນລະດັບຄົວເຮືອນ ແລະ ລະດັບຊຸມຊົນ.