ຂ່າວສານ

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G)

ໃນວັນທີ 29 ມີນາ 2022, ຮັກສາການຫົວໜ້າອົງການ ຊາຍຟັນ ປະຈຳ ສປປ ລາວ, ທ່ານ ວິລະໄຊ ທຳມະວົງ, ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈກັບ ກະຊວງສາທາລະນະສຸກ, ຕາງໜ້າໂດຍພະແນກສາທາລະນະສຸກແຂວງ ຫົວພັນ, ທ່ານ ດຣ. ພວງວອນ ລັດຕະນະສຸກ, ກ່ຽວກັບ ໂຄງການ ປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G) ເຊິ່ງເປັນໂຄງການທີ່ໄດ້ຮັບການສະຫນັບສະຫນູນໂດຍ ລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ. (ANCP).

ໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G) ມີຈຸດປະສົງຫຼັກເພື່ອເສີມສ້າງໂພຊະນາການຂອງເດັກນ້ອຍລາວທີ່ມີອາຍຸຕ່ຳກວ່າ 2 ປີ, ໂດຍເນັ້ນໃສ່ການປັບປຸງການເປັນຢູ່ທີ່ດີ ແລະ ສຸຂະພາບຂອງເດັກໃນ 1000 ວັນທຳອິດຂອງເຂົາເຈົ້າ. ເວົ້າສະເພາະແລ້ວ, ໂຄງການ IN4G ໄດ້ຖືກອອກແບບມາເພື່ອປັບປຸງການປະຕິບັດດ້ານສຸຂະພາບ, ໂພຊະນາການ ແລະ ສຸຂະອະນາໄມ ໃນລະດັບບ້ານ ແລະ ຊຸມຊົນ, ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສະຖານທີ່ບໍລິການສຸຂະພາບທີ່ເປັນທາງການ ເພື່ອສະຫນອງການບໍລິການທີ່ມີຄຸນນະພາບດີກວ່າເກົ່າ ຕາມຄວາມຕ້ອງການຂອງຊຸມຊົນ, ແລະ ສົ່ງເສີມການພັດທະນາ ແລະ ການປະຕິບັດນະໂຍບາຍດ້ານໂພຊະນາການ ໂດຍຜ່ານການຝຶກອົບຮົມ ແລະ ການໂຄສະນາຂອງອົງການຊາຍຟັນ.

ໂຄງການ IN4G ຈັດຕັ້ງປະຕິບັດຢູ່ ເມືອງ ຊຳເໜືອ, ແຂວງ ຫົວພັນ, ແລະ ຈະດຳເນີນໄປຮອດເດືອນມິຖຸນາ 2024. ໂຄງການໄດ້ກຳນົດ 10 ບ້ານເປົ້າໝາຍ ໂດຍຜ່ານການປຶກສາຫາລືຫຼາຍຄັ້ງກັບຊຸມຊົນ, ເມືອງ ແລະ ແຂວງ. ຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການແມ່ນແມ່ຍິງຖືພາ, ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແລະ ນັກຮຽນມັດທະຍົມຕອນຕົ້ນ ທັງໝົດປະມານ 897 ຄົນ. ໃນຂະນະທີ່ຜູ້ໄດ້ຮັບຜົນປະໂຫຍດທາງອ້ອມບັນລຸປະມານ 3.724 ຄົນ (ຍິງ 1.727 ຄົນ, ຊາຍ 1.997 ຄົນ).

ທ່ານ ວິລະໄຊ ທຳມະວົງ, ຮັກສາການຫົວໜ້າອົງການ ຊາຍຟັນ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ຄວາມເປັນຢູ່ ແລະ ການພັດທະນາຂອງເດັກນ້ອຍ, ໄວໜຸ່ມ ແລະ ຊຸມຊົນໃນເຂດເປົ້າໝາຍຂອງພວກເຮົາ ແມ່ນບູລິມະສິດທີ່ສຳຄັນຂອງວຽກງານຂອງອົງການຊາຍຟັນສະເໝີ. ດ້ວຍການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສິ່ງທ້າທາຍອື່ນໆທີ່ພວກເຮົາໄດ້ປະເຊີນມາຈົນເຖິງປັດຈຸບັນ, ເດັກນ້ອຍ ແລະ ໄວໜຸ່ມແມ່ນມີຄວາມສ່ຽງ ແລະ ຕ້ອງການຄວາມຊ່ວຍເຫຼືອຫຼາຍຂຶ້ນ. ທີມງານ ອົງການຊາຍຟັນ ຂອງພວກເຮົາມີຄວາມພາກພູມໃຈຢ່າງຍິ່ງທີ່ໂຄງການນີ້ຈະໃຫ້ການສະໜັບສະໜູນແກ່ແມ່ ແລະ ເດັກນ້ອຍຫຼາຍຂຶ້ນ ໂດຍສະເພາະແມ່ຍິງຖືພາ, ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແລະ ນັກຮຽນມັດທະຍົມຕອນຕົ້ນ. ເຊິ່ງວຽກງານທັງໝົດຂອງ ອົງການ ຊາຍຟັນ ປະຈຳ ສປປ ລາວ, ມີຈຸດປະສົງປະກອບສ່ວນເພື່ອບັນລຸວິໄສທັດຂອງພວກເຮົາທີ່ວ່າ: ໂລກທີ່ປາສະຈາກຄວາມທຸກຍາກ ບ່ອນທີ່ເດັກນ້ອຍ ແລະ ໄວໜຸ່ມ ສາມາດເວົ້າໄດ້ວ່າ: ຂ້ອຍໄດ້ຮັບການປົກປ້ອງ. ຂ້ອຍໄດ້ຮັບການສຶກສາ. ຂ້ອຍມີສ່ວນຮ່ວມ. ຂ້ອຍມີອະນາຄົດທີ່ສົດໃສ.”