ຝຶກອົບຮົບ ຄູ່ມືແຫ່ງຊາດ ເພື່ອປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ເດັກໃນໂຮງຮຽນຊັ້ນມັດຖະຍົມສຶກສາ ຂື້ນທີ່ ເມືອງ ດາກຈຶງ, ແຂວງ ເຊກອງ.
ໂຄງການສົ່ງເສີມການມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ໂດຍການຮ່ວມມືລະຫວ່າງ ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ຄກມດ ແຂວງ ເຊກອງ ໄດ້ຈັດຝຶກອົບຮົບ ຄູ່ມືແຫ່ງຊາດ ເພື່ອປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ເດັກໃນໂຮງຮຽນຊັ້ນມັດຖະຍົມສຶກສາ ຂື້ນທີ່ ເມືອງ ດາກຈຶງ, ແຂວງ ເຊກອງ.
ໃນຊຸດຝຶກອົບຮົມດັ່ງກ່າວ, ນອກຈາກຈະໄດ້ຮຽນຮູ້ວຽກງານປົກປ້ອງເດັກ ຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ລວມທັງ ກອງເລຂາ ຄຊກມດ ແລະ ຄກມດ ແຂວງ ເຊກອງ ແລ້ວ, ຍັງໄດ້ຮັບຟັງຄວາມຄິດເຫັນຂອງບັນດາຂະແໜງການໃນວຽກງານປົກປ້ອງເດັກໃນຂັ້ນເມືອງ ຈາກເມືອງ ດາກຈຶງ. ນອກຈາກນັ້ນ, ບັນດາຄູອາຈານ ແລະ ນ້ອງນັກຮຽນ ຈາກ ມສ. ດາກຈຶງ ທີ່ເຂົ້າຮ່ວມ ຍັງໄດ້ສະແດງຄວາມຄິດເຫັນ, ວິໄສທັດ ແລະ ສັກກະຍະພາບໃນການແກ້ໄຂບັນຫາຕ່າງໆກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ເດັກໃນໂຮງຮຽນ ແລະ ໃນຊຸມຊົນທີ່ເຂົາເຈົ້າກຳລັງພົບເຫັນຢູ່ໃນປະຈຸບັນ.
ເຊິ່ງໃນປັດຈຸບັນ, ອົງການຊາຍຟັນ ປະຈຳ ສປປ ລາວ ແລະ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ໃຫ້ບູລິມະສິດຫຼັກຕໍ່ວຽກປົກປ້ອງເດັກໃນລາວ ແລະ ຈັດຝຶກອົບຮົມ ຄູ່ມືແຫ່ງຊາດ ເພື່ອປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ເດັກໃນໂຮງຮຽນຊັ້ນມັດຖະຍົມສຶກສາມາແລ້ວ ໃນນະຄອນຫຼວງວຽງຈັນ, ແຂວງ ຫົວພັນ, ແຂວງ ຊຽງຂວາງ, ແຂວງ ເຊກອງ ແລະ ຈະມີການຂະຫຍາຍໄປສູ່ແຂວງອື່ນໆ ໃນຕໍ່ໜ້າ.