ກອງປະຊຸມໃຫຍ່ຄັ້ງທຳອິດຂອງ ຊະ-ຊິງ ໄດ້ຖືກຈັດຂຶ້ນຢ່າງເປັນທາງການທີ່ ບາງກອກ, ປະເທດໄທ
ກອງປະຊຸມໃຫຍ່ຄັ້ງທຳອິດຂອງ ຊະ-ຊິງ ໄດ້ຖືກຈັດຂຶ້ນຢ່າງເປັນທາງການທີ່ ບາງກອກ, ປະເທດໄທ, ພາຍໃນງານມີບຸກຄົນສຳຄັນຫຼາຍທ່ານເຂົ້າຮ່ວມເຊັ່ນ: ທ່ານ ມາກ ແຟນຊີ, ຜູ້ອຳນວຍການຝ່າຍບໍລິຫານຂອງມູນນິທິພຣູເດັນສ໌; ທ່ານ ມາເຊຍ ຊາເບັດ, ປະທານບໍລິຫານງານຂອງອາຊີ ປາຊີຟິກ; ທ່ານ ນ. ເພຍ ວາເບີຕັນ, ຜູ້ຈັດການໂຄງການລະດັບພາກພື້ນ, ນອກຈາກນີ້ຍັງມີ ເອເຈອິນໂດເນເຊຍ, ເອເຈຟິລິບປິນ, ພຣູເດັນໂຊລ໌ຫວຽດນາມ, ພຣູເດັນໂຊລ໌ແຊມເບຍ ແລະ ຕົວແທນພຣູເດັນໂຊລ໌ລາວ ແລະ ຜູ້ອຳນວຍການອົງການຊາຍຟັນ ປະຈຳ ສປປ ລາວ ກໍ່ຖືກເຊີນເຂົ້າຮ່ວມເຊັ່ນກັນ.
ເຊິ່ງງານສຳຄັນດັ່ງກ່າວນີ້ຈັດໂດຍ ມູນນິທິ ພູເດັນສ໌ເພື່ອການທົບທວນການຈັດຕັ້ງປະຕິບັດຄູ່ມື ຊະ-ຊິງ ທີ່ຈັດຕັ້ງປະຕິບັດຢູ່ໃນບັນດາປະເທດໃນອາຊີ ແລະ ອາຟຣິກາ ລວມທັງ ໃນ ສປປ ລາວ ຂອງພວກເຮົາ. ຄູ່ມືຝຶກອົບຮົມເພື່ອເສີມທັກສະໃນການປະຢັດ ຫຼື ຊະ-ຊິງ ໄດ້ຮວບຮວມເອົາແນວຄິດ ແລະ ຄວາມຮູ້ທາງດ້ານການເງິນໄວ້ 4 ຢ່າງ ຄື: ການຫາລາຍໄດ້-ປະຢັດ, ການທ້ອນເງິນ, ການໃຊ້ຈ່າຍ ແລະ ການບໍລິຈາກ.
.