ຂ່າວສານ

ເພື່ອໃຫ້ເດັກມີອິດສະລະໃນການສະແດງອອກ ແລະ ຊ່ວຍໃຫ້ພວກເຂົາຕັດສິນໃຈໄດ້ດີຂື້ນໂດຍທີ່ເປັນປະໂຫຍດຕໍ່ຕົວຂອງເຂົາເຈົ້າເອງ ແລະ ຄົນອອມຂ້າງ

ເພື່ອໃຫ້ເດັກມີອິດສະລະໃນການສະແດງອອກ ແລະ ຊ່ວຍໃຫ້ພວກເຂົາຕັດສິນໃຈໄດ້ດີຂື້ນໂດຍທີ່ເປັນປະໂຫຍດຕໍ່ຕົວຂອງເຂົາເຈົ້າເອງ ແລະ ຄົນອອມຂ້າງ ເຊິ່ງຈະຊ່ວຍໃຫ້ພວກເຂົາສາມາດສ້າງສັງຄົມທີ່ດີຂຶ້ນເພື່ອເຂົາເຈົ້າເອງໃນອະນາຄົດ. ດັ່ງນັ້ນ, ອົງການຊາຍຟັນປະຈຳ ສປປ ລາວ ຮ່ວມກັບຄະນະກໍາມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແຂວງ ຊຽງຂວາງ ໄດ້ຈັດງານເວທີເດັກຂັ້ນໂຮງຮຽນປະຖົມ ທີ່ ເມືອງຄູນແຂວງຊຽງຂວາງ.

ຈຸດປະສົງໃນການຈັດງານນີ້, ແມ່ນເພື່ອຈັດເວທີການສົນທະນາ ແລະ ສະແດງຄວາມຄິດເຫັນລະຫວ່າງເດັກໃນຊຸມຊົນ ຕໍ່ກັບສິ່ງທ້າທາຍໃດໜຶ່ງທີ່ເກີດຂຶ້ນ, ຂັດຂວາງ ແລະ ມີຜົນກະທົບຕໍ່ກັບສິດທິຂອງເຂົາເຈົ້າ. ສະນັ້ນ, ເດັກຈຶ່ງສະແດງຄວາມຄິດເຫັນໂດຍໃຊ້ເຄື່ອງມືວິເຄະບັນຫາຕ່າງໆ ແລະ ນຳສະເໜີວິທີແກ້ໄຂບັນຫາດັ່ງກ່າວເພື່ອເຮັດໃຫ້ຄວາມຄິດເຫັນເຫຼົ່ານັ້ນໄດ້ຖືກຮັບຟັງ. ໃນງານເວທີເດັກໃນໂຮງຮຽນມີຄົນເຂົ້າຮ່ວມທັງຫມົດຫຼາຍກວ່າ 646 ຄົນ, ໂດຍໄດ້ຮັບທຶນສະໜັບສະໜູນຈາກ ມູນນິທິ ພຣູເດັນສ໌.
.