ຝຶກອົບຮົມ ຄູ່ມືພັດທະນາທັກສະຊີວິດສຳຫຼັບເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ໃຫ້ແກ່ 10 ໂຮງຮຽນເປົ້າໝາຍຂອງໂຄງການ
ເມື່ອບໍ່ດົນມານີ້, ອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດການຝຶກອົບຮົມ ຄູ່ມືພັດທະນາທັກສະຊີວິດສຳຫຼັບເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ໃຫ້ແກ່ 10 ໂຮງຮຽນເປົ້າໝາຍຂອງໂຄງການ ທີ່ ເມືອງ ປາກລາຍ ແລະ ເມືອງ ໄຊຍະບູລີ, ແຂວງ ໄຊຍະບຸລີ. ການຝຶກອົບຮົບໃນຄັ້ງນີ້ ມີຈຸດປະສົງເພື່ອໃຫ້ຄູຝຶກໄວໜຸ່ມ ຕົວແທນ 8 ນ້ອງ ເຂົ້າໃຈ ແລະ ສາມາດນໍາໃຊ້ປຶ້ມຄູ່ມືແຫ່ງຊາດ ພັດທະນາທັກສະຊີວິດ ສຳລັບເດັກ ແລະ ໄວໜຸ່ມ ໃນ ສປປ ລາວ, ແລະ ເພື່ອໃຫ້ເຂົາເຈົ້າ ສາມາດສົ່ງຕໍ່ຄວາມຮູ້ໃຫ້ແກ່ໝູ່ເພື່ອນ ໃນ 10 ໂຮງຮຽນ ເປົ້າໝາຍ ທີ່ ເມືອງ ປາກລາຍ ແລະ ເມືອງ ໄຊຍະບູລີ, ແຂວງ ໄຊຍະບູລີ.
ໂຄງການສົ່ງເສີມການມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ໄດ້ຮັບການສະໜັບສະໜູນທຶນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ (ANCP).
.