ຂໍຂອບໃຈ ແລະ ຍິນດີຕອນຮັບ ຕາງໜ້າຜູ້ໃຫ້ທຶນ ມູນນິທິ ພຣູເດັນສ໌
ອົງການຊາຍຟັນ ປະຈຳ ສປປ ລາວ ໂດຍການຮ່ວມມືກັບ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ນະຄອນຫລວງວຽງຈັນ ຂໍຂອບໃຈ ແລະ ຍິນດີຕອນຮັບ ຕາງໜ້າຜູ້ໃຫ້ທຶນ ມູນນິທິ ພຣູເດັນສ໌ ທີ່ໄດ້ຮ່ວມລົງຕິດຕາມການສອນຄູ່ມືທັກສະໃນການປະຢັດ ຢູ່ໂຮງຮຽນເປົ້າໝາຍ ທີ່ເມືອງ ນາຊາຍທອງ ແລະ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ.
ຈຸດປະສົງໃນການລົງຕິດຕາມໃນຄັ້ງນີ້ແມ່ນເພື່ອຕິດຕາມຄວາມຄືບຫນ້າໃນການຈັດຕັ້ງປະຕິບັດກິດຈະກຳການສອນທັກສະໃນການປະຢັດ ແລະ ການໃຊ້ຈ່າຍເງິນຢ່າງສະຫຼາດ (ຫຼັກສູດຊະ-ຊິງ) ທີ່ເນັ້ນເຖິງ 4 ແນວຄວາມຄິດກ່ຽວກັບການເງິນ ເຊັ່ນ: ການຫາລາຍໄດ້-ປະຢັດ, ການທ້ອນເງິນ, ການໃຊ້ຈ່າຍ ແລະ ການບໍລິຈາກໃຫ້ແກ່ ນັກຮຽນຊັ້ນປະຖົມ ປ2-ປ5. ເຊິ່ງໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ໄດ້ຮັບທຶນສະໜັບສະໜູນ ຈາກ ມູນນິທິ ພຣູເດັນສ໌.