ເຖິງແມ່ນວ່າ ເວທີເດັກລາວ 2023 ຈະຜ່ານໄປແລ້ວ ແຕ່ຄວາມຊົງຈຳດີໆຍັງຄົງເຫຼືອຢູ່.

ເວທີເດັກລາວ ຄັ້ງທີ 5 ປະຈຳປີ 2023 ເປັນການສະເຫຼີມສະຫຼອງຂອງພະລັງເດັກ ແລະ ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການສົ່ງເສີມຄວາມເຂັ້ມແຂງໃຫ້ຄົນຮຸ່ນຫຼັງ ເພື່ອໃຫ້ກາຍເປັນຜູ້ນຳ ແລະ ຜູ້ປ່ຽນແປງໃໝ່ໃນອະນາຄົດ. ໂດຍສະເພາະເດັກທຸກຄົນທີ່ເຂົ້າຮ່ວມໃນເວທີເດັກຄັ້ງນີ້, ເຂົາເຈົ້າໄດ້ຮຽນຮູ້ກ່ຽວກັບທັກສະຊີວິດໃນການເອົາຕົວລອດ ເຊັ່ນ: ການຮັບຮູ້ ແລະ ເຫັນຄຸນຄ່າຂອງຕົນເອງ ແລະ ຄົນອື່ນ; ຮຽນຮູ້ວິທີການປັບຕົວ ແລະ ນຳໃຊ້ດິຈີຕອນ ຢ່າງປອດໄພ ແລະ ສ້າງສັນ ເພື່ອຄົ້ນຫາແຫຼ່ງຄວາມຮູ້ໄດ້ຢ່າງສະດວກສະບາຍ ທັງໃນເວລາທີ່ຢູ່ເຮືອນ ແລະ ໂຮງຮຽນ. ນອກຈາກນັ້ນ, ເດັກຍັງໄດ້ຮຽນຮູ້ວິທີການວິເຄາະ ແລະ ແກ້ໄຂບັນຫາທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງເຂົາເຈົ້າອີກດ້ວຍ.

ຕົວແທນເດັກໄດ້ກ່າວວ່າ “ດິຈີຕອນ ຊ່ວຍເພີ່ມໂອກາດໃຫ້ນັກຮຽນໄດ້ສຶກສາ, ຄົ້ນຄວ້າ ແລະ ເຂົ້າເຖິງແຫຼ່ງຂໍ້ມູນທີ່ຫຼາກຫຼາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ນ້ອງຢາກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຕິດຕາມກວດກາ ແລະ ເຮັດໃຫ້ການເຂົ້າເຖິງຂໍ້ມູນຂ່າວສານຂອງທາງການ ບໍ່ເປັນອັນຕະລາຍຕໍ່ເດັກ. ນອກຈາກນັ້ນ, ຄວນໃຫ້ຄໍາແນະນໍາ ແລະ ການສຶກສາທີ່ເຫມາະສົມກັບເດັກ ເພື່ອຮັບປະກັນການນໍາໃຊ້ເຕັກໂນໂລຊີດິຈິຕອນຂອງພວກເຂົາຢ່າງປອດໄພ.”

ໃນຊຸມປີທີ່ຜ່ານມາ, ເວທີນີ້ໄດ້ນໍາເອົາຄວາມຕື່ນເຕັ້ນ ແລະ ໂອກາດມາສູ່ເດັກ ໂດຍການຄັດເລືອກຕົວແທນເດັກ ໄປນຳສະເໜີວິໄສທັດຂອງເຂົາເຈົ້າ ໃນງານສະເຫລີມ ສະຫລອງ ສົນທິສັນຍາວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ທີ່ ປະເທດ ສະຫະລັດອາເມລິກາ ແລະ ສະວິດເຊີແລນ. ຕົວແທນເດັກລາວໄດ້ນຳສະເໜີວິໄສທັດໃນຫົວຂໍ້ການສຶກສາ ແລະ ການຢຸດການໃຊ້ຄວາມຮຸນແຮງກັບເດັກ, ພ້ອມທັງຮຽກຮ້ອງໃຫ້ເດັກທຸກຄົນມີສິດເສລີພາບໃນການສະແດງອອກ ແລະ ເຂົ້າເຖິງການສຶກສາຢ່າງເທົ່າທຽມ.

.