ກອງປະຊຸມແຫ່ງຊາດ ດ້ານໂພຊະນາການ ຄັ້ງທີ VIII
ນະຄອນຫຼວງວຽງຈັນ, 21 ກຸມພາ 2023 – ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ VIII ໄດ້ເປີດຂື້ນຢ່າງເປັນທາງການ ທີ່ຫໍປະຊຸມແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງພະນະທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທັງເປັນປະທານຄະນະກໍາມະການໂພຊະນາການແຫ່ງຊາດ, ສຈ. ປອ. ກິແກ້ວໄຂຄໍາພິທູນ. ກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນນີ້ໄດ້ຈັດຂື້ນທຸກໆປີ ເພື່ອປຶກສາຫາລືເຖິງສິ່ງທ້າທາຍ ແລະ ແຜນບູລິມະສິດກ່ຽວກັບໂພຊະນາການໃນປະເທດ.
ສືບຕໍ່ຈາກເນື້ອໃນຂອງກອງປະຊຸມໃນປີຜ່ານມາ, ເຊິ່ງໄດ້ເນັ້ນໜັກເຖິງການເຊື່ອມໂຍງທີ່ບໍ່ສາມາດແຍກອອກກັນໄດ້ໃນການລົງທຶນໃນດ້ານໂພຊະນາການ ແລະ ການເຕີບໂຕຂອງເດັກນ້ອຍ, ຊຸມຊົນ ແລະ ເສດຖະກິດ. ຫົວຂໍ້ຂອງກອງປະຊຸມໃນປີນີ້ແມ່ນ “ໂພຊະນາການເພື່ອການພັດທະນາແບບຍືນຍົງ” ເຊິ່ງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງໂພຊະນາການຕໍ່ການບັນລຸທັງສອງເປົ້າຫມາຍຂອງລັດຖະບານນັ້ນກໍຄືການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs).
“ພວກເຮົາຮູ້ວ່າປີ 2030 ໄດ້ໃກ້ເຂົ້າມາແລ້ວ, ເປັນປີທີ່ພວກເຮົາໄດ້ວາງເປົ້າຫມາຍໃຫ້ບັນລຸການພັດທະນາແບບຍືນຍົງ (SDGs), ການປັບປຸງໂພຊະນາການເປັນໜຶ່ງໃນບູລິມະສິດທີ່ ສປປ ລາວ ໄດ້ເອົາໃຈໃສ່ເປັນພິເສດ ເນື່ອງຈາກວ່າມີຜົນຕໍ່ຄວາມຢູ່ດີກິນດີ, ການເຕີບໂຕ, ພັດທະນາຂອງເດັກນ້ອຍ, ຊຸມຊົນ ແລະ ປະເທດຊາດ”. ກ່າວໂດຍ ພະນະທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ, ປະທານກອງປະຊຸມ ທີ່ຈັດຂື້ນຢູ່ຫໍປະຊຸມແຫ່ງຊາດ. ທ່ານຍັງໄດ້ກ່າວຕໍ່ໄປອີກວ່າ “ກອງປະຊຸມໃນມື້ນີ້ ມີຄວາມໝາຍຄວາມສໍາຄັນຫຼາຍສໍາລັບພວກເຮົາທີ່ຈະຖືເອົາຄວາມສໍາເລັດດ້ານໂພຊະນາການໃນປີ 2022 ແລະ ຄິດກ້າວໄປຂ້າງຫນ້າເພື່ອແກ້ໄຂການຂາດໂພຊະນາການຢູ່ ສ.ປ.ປ ລາວ ໃນປີ 2023 ແລະ ປີຕໍ່ໆໄປ”.
ອົງການຊາຍຟັນປະຈຳ ສປປ ລາວ ຮ່ວມກັບຄູ່ຮ່ວມງານ ໄດ້ວາງສະແດງຜົນງານດ້ານໂພຊະນາການ ໃນການສົ່ງເສີມການປ່ຽນແປງທາງດ້ານພຶດຕິກຳທີ່ພົວພັນເຖິງສຸຂະອະນາໄມ, ການບໍລິການ ແລະ ສຸຂະພາບຂອງເດັກເກີດໃໝ່, ຈັດຕັ້ງປະຕິບັດຜ່ານໂຄງການປະສົມປະສານເພື່ອຄວາມເຕີບໂຕທາງດ້ານໂພຊະນາການ (IN4G), ທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ (ANCP)