ວັນສາກົນແຫ່ງການຮູ້ໜັງສື


ສຸກສັນວັນສາກົນແຫ່ງການຮູ້ໜັງສື!
ວັນສາກົນແຫ່ງການຮູ້ໜັງສື ເປັນວັນທີ່ພວກເຮົາຮ່ວມກັນສະເຫຼີມສະຫຼອງ ພະລັງແຫ່ງການອ່ານອອກຂຽນໄດ້ ແລະ ການຮຽນຮູ້. ເປັນມື້ທີ່ພວກເຮົາຮັບຮູ້ວ່າ ທຸກຄົນມີທ່າແຮງໃນການຮຽນຮູ້, ທຸກຄົນສາມາດສ້າງຄວາມເຂັ້ມແຂງໃຫ້ຕົນເອງໄດ້ໂດຍຜ່ານທັກສະໃນການເວົ້າ, ອ່ານ, ຂຽນ ແລະ ຄິດດ້ວຍຕົນເອງ. ພວກເຮົາທຸກຄົນລ້ວນແລ້ວແຕ່ຮູ້ວ່າ ການສຶກສານັ້ນມີຄວາມສໍາຄັນ. ແຕ່ກໍ່ຍັງມີຄົນອີກຈຳນວນໜຶ່ງທີ່ຍັງບໍ່ສາມາດເຂົ້າເຖິງການສຶກສາໄດ້. ໃນວິດີໂອນີ້ ຈະສະແດງໃຫ້ເຫັນມຸມມອງຂອງບາງທ່ານວ່າ ເປັນຫຍັງບາງຄົນບໍ່ສາມາດເຂົ້າເຖິງການສຶກສາ ແລະ ພວກເຮົາຈະມີວິທີແນວໃດທີ່ອາດຈະແກ້ໄຂບັນຫານັ້ນໄດ້.

 #LiteracyDay