ພວກເຮົາມີຄວາມຍິນດີທີ່ຈະແຈ້ງໃຫ້ກັບທຸກຄົນໄດ້ຮັບຮູ້ວ່າ Library For All (LFA) ໄດ້ມີການເປີດໂຕ ແອັບພິເຄຊັ້ນ ອົງການ LFA ລາວ ຢ່າງເປັນທາງການແລ້ວ.
ພວກເຮົາມີຄວາມຍິນດີທີ່ຈະແຈ້ງໃຫ້ກັບທຸກຄົນໄດ້ຮັບຮູ້ວ່າ Library For All (LFA) ໄດ້ມີການເປີດໂຕ ແອັບພິເຄຊັ້ນ ອົງການ LFA ລາວ ຢ່າງເປັນທາງການແລ້ວ. ອົງການ Library For All (LFA) ແມ່ນອົງການທີ່ບໍ່ຫວັງຜົນກຳໄລ ມີຈຸດມຸ້ງໝາຍເພື່ອທີ່ຈະສົ່ງເສີມການອ່ານ ແລະ ໃຫ້ທຸກຄົນສາມາດເຂົ້າເຖິງຄວາມຮູ້ໄດ້ຢ່າງເທົ່າທຽມກັນ. ໃນນາມທີ່ເປັນຄູ່ຮ່ວມມືກັນກັບ Childfund, LFA ໄດ້ລິເລີ່ມສົ່ງເສີມການອ່ານແບບດິຈິຕ້ອນທີ່ແຂວງຫົວພັນ. ເນື່ອງຈາກບັນຫາສະພາບໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ການໄປໂຮງຮຽນຂອງເດັກນ້ອຍ ແລະ ຈຳກັດການເຂົ້າເຖິງການອ່ານໜັງສືຂອງເຂົາເຈົ້າ. ດັ່ງນັ້ນ, Library For All ຈຶ່ງໄດ້ເຮັດວຽກຢ່າງຕັ້ງໜ້າໃນການຮວບຮວມປຶ້ມສຳຫຼັບເດັກນ້ອຍ ຫຼາຍກວ່າ 200 ເລື່ອງ ເພື່ອທີ່ຈະຮັບປະກັນວ່ານ້ອງໆ ແລະ ທຸກໆຄົນສາມາດທີ່ຈະເຂົ້າເຖິງການອ່ານໜັງສືດິຈິຕ້ອນຜ່ານ ແອັບພິເຄຊັ້ນ ອົງການ LFA ລາວ ໄດ້. ທຸກໆຄົນສາມາດເຂົ້າໄປດາວໂຫຼດ ແອັບພິເຄຊັ້ນ ອົງການ LFA ລາວ ໄດ້ແລ້ວຜ່ານທາງ Google Play Store ຫຼື ເຂົ້າໄປຕາມລິ້ງທີ່ຢູ່ດ້ານລຸ່ມນີ້:
https://play.google.com/store/apps/details…