MEDIA

ພະນັກງານອົງການຊາຍຟັນປະຈຳລາວ ແມ່ນໄດ້ເຮັດວຽກຈາກບ້ານ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19.

ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19, ພະນັກງານອົງການຊາຍຟັນປະຈຳລາວ ແມ່ນໄດ້ເຮັດວຽກຈາກບ້ານ ເພື່ອຮັບປະກັນວ່າ ພວກເຮົາສາມາດສືບຕໍ່ດຳເນີນວຽກງານທີ່ສຳຄັນຂອງອົງການໄດ້ຢ່າງຕໍ່ເນື່ອງ ລວມທັງວຽກງານຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ເພື່ອຊ່ວຍເຫຼືອລັດຖະບານລາວ. ນອກຈາກນີ້, ການເຮັດວຽກຈາກບ້ານ ກໍຊ່ວຍໃຫ້ພະນັກງານ ແລະ ຄອບຄົວ ມີຄວາມປອດໄພຈາກພະຍາດໂຄວິດ ແລະ ຍັງຊ່ວຍໃຫ້ທຸກຄົນໃນປະເທດ ເພື່ອໃຫ້ໄດ້ກັບມາເຮັດວຽກ ແລະ ໃຊ້ຊີວິດແບບປົກກະຕິ ໃຫ້ໄວທີ່ສຸດ.
ນີ້ຄືທີມຂອງພວກເຮົາໃນລະຫວ່າງການປະຊຸມພະນັກງານປະຈຳເດືອນ ພຶດສະພາ 2021.

.