ໂຄງການຮ່ວມມືປັບປຸງໂພຊະນາການ (SCALING) ອົງການຊາຍຟັນປະຈຳ ສປປ ລາວ ພາຍໃຕ້ການສະໜັບສະໜູນທຶນຈາກ #ສະຫະພາບເອີຣົບ ໄດ້ຈັດກອງປະຊຸມຖອດຖອນບົດຮຽນລະຫວ່າງຄູ່ຮ່ວມງານວຽກໂພຊະນາການຂອງຫຼາຍຂະແໜງການຮ່ວມກັບຄະນະໂພຊະນາການຂັ້ນແຂວງແລະ ເມືອງ ຂື້ນທີ່ເມືອງຊຳເໜືອ ແຂວງຫົວພັນ.
ຈຸດປະສົງຂອງການຈັດກອງປະຊູມນີ້ແມ່ນເພື່ອຖອດຖອນແລກປ່ຽນບົດຮຽນລະຫວ່າງຄູ່ຮ່ວມງານຈາກຫຼາຍພາກສ່ວນ, ນຳສະເໜີຮ່າງກອບແນວຄວາມຄິດ ແລະ ກອບຍຸດທະສາດ NPAN 2021 –2025, ວາງທິດທາງແຜນການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປເພື່ອບັນລຸ 22 ກິດຈະກຳ ແລະ 4 ຂະແໜງການ ໄດ້ແກ່ ຂະແໜງການ ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້ ແລະ ສຶກສາທິການ ແລະ ກິລາ ເພື່ອເພີ່ມຄວາມເຂົ້າໃຈແຈ້ງກ່ຽວກັບຄວາມຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງທາງດ້ານໂພຊະນາການແຕ່ລະແຂວງ.
.