MEDIA

ອົງການຊາຍຟັນປະຈໍາລາວ ຮ່ວມມືກັບ ຄູ່ຮ່ວມງານຫຼັກຈາກພາກລັດ ໄດ້ຝຶກອົບຮົມການສ້າງຄວາມເຂັ້ມແຂງທາງດ້ານບົດບາດຍິງ-ຊາຍ ອາສາສະໝັກ

ພວກເຮົາດີໃຈຫຼາຍທີ່ເຫັນຊຸມຊົນໃນລາວ ໄດ້ກ້າວເຂົ້າໃກ້ການບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ. ໃນໂລກ, ຄົນທຸກຍາກສ່ວນໃຫຍ່ຂອງໂລກແມ່ນແມ່ຍິງ – ນີ້ແມ່ນຍ້ອນຂໍ້ຈໍາກັດແລະຄວາມບໍ່ສະເຫມີພາບຂອງແມ່ຍິງໂດຍໂຄງສ້າງຂອງສັງຄົມ ຢູ່ ສປປ ລາວ ເກືອບ 4 ລ້ານຄົນ ເປັນແມ່ຍິງ ແລະ ເດັກຍິງ.
ນີ້ແມ່ນເຄິ່ງຫນຶ່ງຂອງປະຊາກອນທີ່ຈະຕົກຢູ່ໃນຄວາມດ້ອຍໂອກາດຖ້າພວກເຮົາບໍ່ແກ້ໄຂຊ່ອງຫວ່າງທາງເພດໃນການສຶກສາ, ໂອກາດການເຮັດວຽກ, ຊຸມຊົນ, ຫລື ແມ້ແຕ່ຢູ່ໃນບ້ານ ໂດຍເລີ່ມຕົ້ນຈາກພວກເຮົາທີ່ຈະສ້າງຄວາມເຂັ້ມແຂງໃຫ້ແມ່, ເອື້ອຍນ້ອງ, ພັນລະຍາ, ລູກສາວຂອງພວກເຮົາ – ເພື່ອຍົກສູງຂື້ນ 50% ແລະ ຍົກເລີກການປະພຶດທາງເພດທີ່ບໍ່ເທົ່າທຽບກັນ, ເພື່ອອະນາຄົດທີ່ກ້າວຫນ້າ ແລະ ສົດໃສກວ່າ.
ອົງການຊາຍຟັນປະຈໍາລາວ ຮ່ວມມືກັບ ຄູ່ຮ່ວມງານຫຼັກຈາກພາກລັດ ໄດ້ຝຶກອົບຮົມການສ້າງຄວາມເຂັ້ມແຂງທາງດ້ານບົດບາດຍິງ-ຊາຍ ອາສາສະໝັກໃນຊຸມຊົນໃນຂັ້ນບ້ານທີ່ເປັນສ່ວນຫນຶ່ງຂອງໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ແລະ ຮຽນຮູ້ພາສາໃຫ້ແກ່ນັກຮຽນຊົນເຜົ່າ.
ໂດຍໄດ້ຮັບທຶນຈາກອົງການ KOICA ຜ່ານ ອົງການຊາຍຟັນເກົາຫຼີ ໃນຖານະເປັນໂຄງການ ການຮ່ວມມືທາງສັງຄົມ ເພື່ອສ້າງຄວາມເຂັ້ມແຂງ ນັກສຶກສາທັງຫມົດ ໃນ 15 ບ້ານເປົ້າໝາຍ ທີ່ ເມືອງ ຊຳເໜືອ ແລະ 15 ບ້ານເປົ້າໝາຍໃນເມືອງສົບເບົາ ເພື່ອການເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງສະເໝີພາບ.