MoU Signing Ceremony for the Child Life Skills Empowerment Project, ChildFund in Laos.

ໃນການຫັນຕ່າວປະເທດລາວໄປສູ່ປະເທດທີ່ທັນສະໄໝ ໄວໜຸ່ມທີ່ຍັງບໍ່ມີຄວາມຮູ້ ແລະ ທັກສະ ທີ່ພຽງພໍ ເຊິ່ງມີຄວາມສ່ຽງໃນການຖືກຍົກຍ້າຍ, ການຖືກເລີກຈ້າງງານ ແລະ ການຖືກກົດຂີ່ຂູດຮີດ. ພ້ອມກັນນັ້ນ, ໃນການເພີ່ມຂື້ນຂອງຈໍານວນຜູ້ຕິດເຊື້ອໂຄວິດໃນ ສປປ ລາວ ສະແດງໃຫ້ເຫັນເຖິງວິກິດທາງດ້ານເສດຖະກິດ-ສັງຄົມ ເຮັດໃຫ້ຈໍານວນຫຼາຍລ້ານຄົນຖືກເລີກຈ້າງອອກຈາກບ່ອນເຮັດວຽກໂດຍທີ່ບໍ່ມີເງິນສໍາຮອງ ເຊິ່ງນຳພາໄປສູ່ການເກີດໜີ້ສິນພາຍໃນຄອບຄົວ ໃນທີ່ສຸດ ກໍພາໃຫ້ເກີດໄພຂົ່ມຂູ່ໃນການຂາດແຄນທາງດ້ານສະບຽງອາຫານ ແລະ ການບໍລິການຂັ້ນພື້ນຖານ. ດັ່ງນັ້ນ, ຈຶ່ງຈໍາເປັນຕ້ອງມີການສົ່ງເສີມຝຶກອົບຮົມທາງດ້ານທັກສະຊີວິດ ແລະ ທັກສະຄວາມຮູ້ທາງດ້ານການເງິນໃຫ້ແກ່ເຂົາເຈົ້າເພື່ອໃຫ້ມີຄວາມສາມາດຮັບມືຕໍ່ຜົນກະທົບທາງດ້ານເສດຖະກິດ ໄດ້ດີຂຶ້ນ.

ອົງການຊາຍຟັນ ປະຈໍາ ສປປ ລາວ ຮ່ວມກັບ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຕ່າງໜ້າໂດຍ ຫ້ອງການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງເເມ່ຍິງ, ແມ່ ແລະ ເດັກ ຈຶ່ງໄດ້ຮ່ວມກັນຈັດຕັ້ງປະຕິບັດ ໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ ເພື່ອສົ່ງເສີມໃຫ້ເດັກໄດ້ມີທັກສະທາງດ້ານການເງິນ, ທັກສະຊີວິດ, ສາມາດຊ່ວຍເຫຼືອໝູ່ເພື່ອນ, ແລະ ສາມາດເປັນຜູ້ນຳໃນການສ້າງຄວາມເຂັ້ມແຂງຢູ່ໃນໂຮງຮຽນ ແລະ ຊຸມຊົນຂອງເຂົາເຈົ້າ ເພື່ອໃຫ້ມີການປ່ຽນແປງໄປໃນທາງທີ່ດີຂື້ນ.

ການກຳນົດແຂວງເປົ້າໝາຍສຳລັບໂຄງການນີ້ ແມ່ນຜ່ານຂະບວນການປຶກສາຫາລືກັບ ຊຸມຊົນ, ເມືອງ, ແຂວງ ແລະ ຫ້ອງການກອງເລຂາ ຄະນະກຳມະທິການ ເພື່ອຄວາມກ້າວໜ້າຂອງເເມ່ຍິງ ເເລະ ແມ່-ເດັກ ໃນທຸກໆຂັ້ນທີ່ກ່ຽວຂ້ອງ. ໂຄງການ ໄດ້ຈັດຕັ້ງປະຕິບັດໃນ 100 ໂຮງຮຽນເປົ້າໝາຍ ລວມມີ: 60 ໂຮງຮຽນໃນນະຄອນຫຼວງວຽງຈັນ, 20 ໂຮງຮຽນໃນແຂວງຊຽງຂວາງ ແລະ 20 ໂຮງຮຽນໃນແຂວງຫົວພັນ, ສປປ ລາວ. ເຊິ່ງຄາດຄະເນຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການນີ້ ປະມານ 24,080ຄົນ. ບັນດາເດັກເຫຼົ່ານີ້ ແມ່ນລວມມີທັງເດັກພິການ, ເດັກຊົນເຜົ່າ ແລະ ບັນດາໄວໜຸ່ມທີ່ມາຈາກຫຼາກຫຼາຍພື້ນຖານ ເຊິ່ງລວມທັງເດັກ ແລະ ໄວໜຸ່ມ ທີ່ມີຄວາມຫຼາກຫຼາຍທາງເພດ ແລະ ຜູ້ດ້ອຍໂອກາດ.

ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ), ທ່ານ ນາງ ມະນີວອນ ຫຼວງສົມບັດ, ຫົວໜ້າຫ້ອງການ ຄຊກມດ, ແລະ ຮັກສາການຫົວໜ້າອົງການ ຊາຍຟັນ ປະຈຳ ສປປ ລາວ, ທ່ານ ວິລະໄຊ ທຳມະວົງ, ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກ, ທີ່ໄດ້ຮັບງົບປະມານສະໜັບສະໜູນ 450,000 ໂດລາສະຫະລັດ (ສີ່ແສນຫ້າສິບພັນໂດລາສະຫະລັດອາເມລິກາ) ຈາກ ມູນນິທິຣູເດັນສ໌, ແລະ ຈະໄດ້ເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ມື້ອະນຸມັດ ເຖິງວັນທີ 31 ທັນວາ 2024.

ທ່ານ ວິລະໄຊ ທຳມະວົງ, ຮັກສາການຫົວໜ້າອົງການ ຊາຍຟັນ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ພວກເຮົາ, ອົງການຊາຍຟັນ ປະຈຳ ສປປ ລາວ ມີຄວາມພາກພູມໃຈ ແລະ ຫວັງຢ່າງຍິ່ງວ່າຈະສືບຕໍ່ຮ່ວມມືກັບບັນດາຄູ່ຮ່ວມງານພາກລັດຖະບານ ທັງໃນລະດັບຊາດ ແລະ ທ້ອງຖິ່ນ. ການຈັດຕັ້ງປະຕິບັດກິດຈະກຳໃນໂຄງການນີ້ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ແລະ ທາງດ້ານວິຊາການ ຈາກ ກອງທຶນຊ່ວຍເຫຼືອ ພູເດັນສ໌ ແລະ ບໍລິສັດປະກັນໄພ ພູເດັນໂຊລາວ ເພື່ອຂະຫຍາຍໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມ ໂດຍສະເພາະແມ່ນການເພີ່ມຄວາມຮູ້ໃຫ້ແກ່ເດັກ ແລະ ໄວໜຸ່ມ ໃນດ້ານສິດທິເດັກ, ການປົກປ້ອງ, ການມີສ່ວນຮ່ວມ, ທັກສະການຮຽນຮູ້ທາງດ້ານຈິດໃຈ ແລະ ສັງຄົມ, ຄວາມຮູ້ທາງດ້ານການເງິນ ຜ່ານຄູ່ມື ຊະ-ຊິງ (Cha-Ching) ແລະ ທັກສະການເອົາໂຕລອດຈາກໄພອັນຕະລາຍ (ຄູ່ມື SAFE STEPS KIDS). ພວກເຮົາຮູ້ສຶກຕື່ນເຕັ້ນທີ່ຈະເຮັດວຽກຮ່ວມກັບບັນດາພາກສ່ວນກ່ຽວຂ້ອງລວມທັງຄູ, ເດັກ ແລະ ໄວໜຸ່ມ ເພື່ອຂະຫຍາຍວຽກງານດັ່ງກ່າວນີ້ໃນລາວ ໃຫ້ບັນລຸເຖິງເປົ້າໝາຍຈຳນວນຜູ້ທີ່ໄດ້ຮັບຜົນປະໂຫຍດຢ່າງໜ້ອຍ 20,000 ຄົນໃນໂຄງການນີ້.

“ທີ່ ມູນນິທິ ພຣູເດັນສ໌, ພວກເຮົາມີເປົ້າໝາຍໃນການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນຜ່ານໂຄງການລິເລີ່ມໄລຍະຍາວ ທີ່ສຸມໃສ່ການສຶກສາ, ສຸຂະພາບ ແລະ ຄວາມປອດໄພ​. ຂ້າພະເຈົ້າຄິດວ່າ ການເງິນສາມາດມີຜົນກະທົບໃຫ້ກັບທຸກໆຄົນໃນໂລກນີ້ ແລະ ເດັກນ້ອຍນັ້ນກໍ່ມີຄວາມສ່ຽງຫຼາຍໃນສະຖານະການສຸກເສີນ ຫຼື ເຫດການໄພພິບັດ. ຜ່ານຫຼັກສູດຄວາມຮູ້ທາງດ້ານການເງິນ (Cha-Ching) ແລະ ໂຄງການທັກສະການເອົາໂຕລອດສຳລັບເດັກນ້ອຍ (SAFE STEPS Kids), ພວກເຮົາມີຈຸດປະສົງໃນການສ້າງຄວາມເຂັ້ມເເຂງໃຫ້ເດັກນ້ອຍໃນ ສປປ ລາວ ດ້ວຍຄວາມຮູ້ທາງດ້ານການເງິນ ແລະ ທັກສະຊີວິດທີ່ສຳຄັນໃນການໃຊ້ຊີວິດເພື່ອຕອບສະໜອງກັບຄວາມທ້າທາຍ, ຄວາມສ່ຽງ ແລະໂອກາດຕ່າງໆໃນອະນາຄົດຂອງພວກເຂົາ.” ທ່ານ ນາງ ນິໂຄ ເເງວ,​ ຜູ້ອຳນວຍການ ມູນນິທິ ພຣູເດັນສ໌.

ອົງການຊາຍຟັນ ປະຈຳ ສປປ ລາວ ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2010 ຈົນເຖິງປະຈຸບັນ, ແມ່ນອົງການທີ່ເຮັດວຽກຮ່ວມກັນເພື່ອສ້າງຊຸມຊົນ ແລະ ການປ່ຽນແປງວິຖີທາງ ເພື່ອເຮັດໃຫ້ເດັກດ້ອຍໂອກາດ ແລະ ໄວໜຸ່ມ ທີ່ຢູ່ໃນສະພາບແວດລ້ອມທີ່ມີຄວາມຫຼາກຫຼາຍ ສາມາດສະແດງອອກ ແລະ ຮັບຮູ້ເຖິງສິດທິຂອງເຂົາເຈົ້າ. ໂຄງການໄດ້ຈັດຕັ້ງປະຕິບັດ ຢູ່ ນະຄອນຫຼວງວຽງຈັນ, ແຂວງ ຫົວພັນ, ແຂວງ ຊຽງຂວາງ, ແຂວງ ຜົ້ງສາລີ, ແຂວງ ໄຊຍະບູລີ, ຫຼວງພະບາງ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ ແລະ ແຂວງ ເຊກອງ ໂດຍສຸມໃສ່ການສົ່ງເສີມສິດທິເດັກ ແລະ ການເຂົ້າເຖິງ ການບໍລິການທາງດ້ານສາທາລະນະສຸກ ແລະ ການສຶກສາທີ່ມີຄຸນນະພາບ. ນອກຈາກນັ້ນ, ອົງການຊາຍຟັນ ປະຈຳ ສປປ ລາວ ຍັງມຸ່ງເນັ້ນໃສ່ບັນດາໂຄງການຕ່າງໆກ່ຽວກັບວຽກງານໂພຊະນາການຂອງເດັກ, ສຸຂະພາບຈະເລີນພັນ ແລະ ສິດທິຕ່າງໆ, ການສົ່ງເສີມຄວາມຮູ້ທາງສື່ອອນລາຍ ແລະ ການກຽມຄວາມພ້ອມໃນການເຮັດວຽກ.

In the transformation of Laos into a modern country, young people without adequate knowledge and skills have been vulnerable to risky migration, vulnerable employment, and exploitation. In addition, the increase in COVID-19 cases in Lao PDR foreshadows the addition of a socioeconomic crisis, set to leave millions out of work with no savings, household debts, and ultimately, threatening access to food security and basic services. Therefore, it is crucial to promote training in life and financial literacy skills for them to build resilience to economic impacts.

ChildFund in Laos in collaboration with The National Commission for Advancement of Women, Mother and Children, represented by the National Commission for Advancement of Women, Mother and Children Office co-created the Child Life Skills Empowerment Project to increase the financial literacy knowledge and life skills for children, build their capacity to support their peers, and empower children to lead positive change in their school and communities.

The target provinces were identified for this project through a process of consultation with communities, district and provincial authorities, Vientiane CAWMC, PCAWMC, DESB and PESS. Project activities will be implemented in 100 target schools include 60 schools in Vientiane Capital, 20 schools in Xiengkhouang Province and 20 schools in Huaphanh Province. There are approximately 24,080 direct beneficiaries. These will also include children with disabilities, ethnic minorities, and youth from diverse backgrounds including LGBT and most vulnerable youths.

The National Commission for Advancement of Women, Mother and Children, Ms. Manivone Louangsombath, Director General of NCAWMC Cabinet Office and ChildFund in Laos’ Acting Country Director, Mr. Vilasai Thammavong, signed a Memorandum of Understanding (MoU) on the Child Life Skills Empowerment Project. This project budget is USD 450,000 (Four Hundred and Fifty Thousand US Dollars), supported by Prudence Foundation. The project will be implemented from the approved date to December 31, 2024.

Mr. Vilasai Thammavong, Acting Country Director of ChildFund in Laos, said “ChildFund in Laos team is delighted and hopeful to continue the partnership with Lao government partners from national to local level, getting the financial and technical support from the Prudence Foundation and Prudential Laos to expand the child and youth empowerment program to increase children and youths knowledge, skills on child rights, protection, participation, social and emotional learning skills, Cha-Ching financial literacy and the SAFE STEPS KIDS. We are exciting to work with all stakeholders including teachers, children and youth to scale up this work in Laos to reach at least 20,000 more children in this project.”

“At Prudence Foundation, we aim to build community resilience through long-term initiatives focused on education, health and safety. Money affects everyone in the world. And children are often more vulnerable in emergencies or disastrous situations. Through the Cha-Ching and SAFE STEPS Kids programmes, we aim to empower children in Laos with key financial education and life skills they need to respond to challenges, risks and opportunities in the future,” said Nicole Ngeow, Director, Prudence Foundation

ChildFund has been working in Laos since 2010 until now. We work in partnership to create community and systems change that enables vulnerable children and young people, in all their diversity, to assert and realise their rights. Projects are implemented in the capital of Vientiane, as well as Huaphanh, Xiengkhouang, Phongsaly, Xayyabuly, Luang Prabang, Khammouan, Savannakhet, and Sekong Provinces with a focus on upholding child rights and improving access to health services and quality education. ChildFund in Laos also prioritises projects which focus on child nutrition, sexual reproductive health and rights, media literacy and job readiness.