ຂ່າວສານ

ໂຄງການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນ ປະຈໍາ ສປປ ລາວ ສຳເລັດໃນການຝຶກອົບຮົມໃນເຂດເປົ້າໝາຍຂອງໂຄງການ

ໂຄງການສົ່ງເສີມຄວາມເປັນເຈົ້າການ ກ່ຽວກັບ ສິດທິດ້ານການສຶກສາ ຂອງອົງການຊາຍຟັນ ປະຈໍາ ສປປ ລາວ ຮ່ວມກັບພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ຫ້ອງການສຶກສາ ແລະ ກິລາເມືອງ ຫົວເມືອງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຊໍາເໜືອ, ສະມາຄົມຊ່ວຍເຫຼືອເດັກພິການ (ACDA), ແລະ ສະມາຄົມພັດທະນາທັກສະຊີວິດ (LSDA)ໄດ້ສຳເລັດໃນການຝຶກອົບຮົມໃນເຂດເປົ້າໝາຍຂອງໂຄງການໄດ້ແກ່:
1. ເພື່ອສ້າງຄວາມເຂັ້ມແຂງໃຫ້ກຸ່ມຄະນະພັດທະນາການສຶກສາຂັ້ນບ້ານ,
2. ກຸ່ມອົງການຈັດຕັ້ງທາງສັງຄົມໃນຂັ້ນບ້ານຢູ່ບ້ານເປົ້າໝາຍ
3. ແລະ ໃຫ້ຄວາມຮູ້ກ່ຽວກັບ ສິດທິເດັກ,
4. ສິດທິມະນຸດຂອງແມ່, ໄວຫນຸ່ມ ແລະ ເດັກຍິງຊົນເຜົ່າ,
5. ການສົ່ງເສີມການສຶກສາແບບຮຽນຮ່ວມຢູ່ຂັ້ນບ້ານ ແລະ ນຳພາແມ່ ແລະ ໄວໜຸ່ມ, ເດັກຍິງຊົນເຜົ່າໃນຊຸມຊົນ ທີ່ ເມືອງ ຫົວເມືອງ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກ #ສະຫະພາບເອີຣົບ